ຈີນສົ່ງເສີມຄົນຮຽນການຊ່າງຮັບການປ່ຽນແປງຂອງອຸດສາຫະກໍາ

139

ຈີນຫວັງເພີ່ມຄວາມຮູ້ຄວາມສາມາດແຮງງານເພື່ອພັດທະນາເສດຖະກິດຂອງປະເທດຢ່າງຍືນຍົງຮອງຮັບການປ່ຽນແປງຂອງອຸດສາຫະກໍາໃນອະນາຄົດ.

ຈໍານວນແຮງງານມະຫາສານກາຍເປັນແຮງຊຸກຍູ້ເສດຖະກິດຈີນໃນໄລຍະທີ່ຜ່ານມາ,ຄ່າແຮງງານຂັ້ນຕໍ່າທີ່ຖືກເຮັດໃຫ້ໄດ້ປຽບດ້ານຕົ້ນທຶນຂອງແຮງງານ.ຢ່າງໃດກໍຕາມ,ຂໍ້ໄດ້ປຽບເຫຼົ່ານີ້ອາດບໍ່ແມ່ນເລື່ອງດີອີກຕໍ່ໄປໃນສະພາບເສດຖະກິດີ່ເລີ່ມອີ່ມຕົວຂອງຈີນ.

ແຮງງານທັກສະຕໍ່າກາຍເປັນສິ່ງດຶງຈອງເສດຖະກິດຈີນບໍ່ໃຫ້ເດີນໜ້າ ແລະ ດ້ວຍສາເຫດນີ້ລັດຖະບານຈີນຈຶງອອກນະໂຍບາຍເຊິ່ງຖືກປະກາດອອກມາໃນເດືອນ ມີນາທີ່ຜ່ານມາໂດຍໜຶ່ງໃນນະໂຍບາຍຄືການສະໜັບສະໜູນການຈ້າງວຽກເພື່ອໃຫ້ປະຊາຊົນຈໍານວນ15ລ້ານຄົນເຂົ້າສູ່ການປັບປຸງທັກສະໃນໂຮງຮຽນການຊ່າງເປັນເວລາ3ປີ.

ໂດຍສ່ວນໜຶ່ງມາຈາກການຄໍານຶງວ່າຈໍານວນນັກຮຽນຈົບໃໝ່ປະມານ13ລ້ານຄົນຕໍ່ປີໃນຈີນນັ້ນຍັງມີທັກສະຄວາມຮູ້ຄວາມສາມາດບໍ່ພຽງພໍຕໍ່ອຸດສາຫະກໍາໃນອະນາຄົດ.