ຫິນບູນສຸມໜັກ ຈະຜະລິດເຂົ້າໃຫ້ໄດ້ 1 ພັນເຮັກຕາ ໃນລະດູການນີ້

252

ຄຳມ່ວນ ເປັນແຂວງໜຶ່ງ ທີ່ມີກຳລັງແຮງທາງດ້ານການຜະລິດກະກຳ ແລະ ຖືເປັນອູ່ເຂົ້າອູ່ປາ ສາມາດສະໜອງແກ່ຜູ້ບໍລິໂພກພາຍໃນແຂວງ ພ້ອມສົ່ງອອກຂາຍຢູ່ແຂວງໃກ້ຄຽງ ແລະ ຕ່າງແຂວງນຳອີກ. ສະເພາະຢູ່ເມືອງຫິນບູນ  ການນຳເມືອງ ກໍ່ໄດ້ລົງເຄື່ອນໄຫວ, ສົ່ງເສີມປະຊາຊົນລົງມືຜະລິດກະສິກຳໃຫ້ທ່ວງທັນກັບສະພາບການ ໂດຍສະເພາະແມ່ນການປູກເຂົ້ານາແຊງ ເຊິ່ງປີນີ້ຄາດຈະຜະລິດເຂົ້າໃຫ້ໄດ້ໃນເນື້ອທີ່ 1 ພັນເຮັກຕາ ແລະ ປູກພືດເປັນສິນຄ້າໃຫ້ໄດ້ 500 ເຮັກຕາຂຶ້ນໄປ.

ທ່ານ ໂຮມມາ ສີບຸນເຮືອງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫີນບູນ ແຂວງຄໍາມ່ວນ ໄດ້ເປີດເປີດເຜີຍວ່າ: ສະພາບການຜະລິດລະດູແລ້ງຂອງເມືອງຫີນບູນ ສົກປີ 2019-2020 ຈະໃຫ້ມີຜົນສຳເລັດໃນການຜະລິດ ໂດຍສະເພາະແມ່ນການປູກເຂົ້າ ໃນປີ 2019 ໄດ້ຜະລິດເຂົ້ານາປີ ແລະ ນາແຊງ ໄດ້ຮັບໂດຍສະເລ່ຍໃສ່ປະຊາກອນໃນທົ່ວເມືອງ 665 ກິໂລຕໍ່ຄົນຕໍ່ປີ ໄປພ້ອມດຽວກັນນັ້ນອໍານາດການປົກຄອງເມືອງ ໄດ້ເອົາໃຈໃສ່ຊຸກຢູ້ການຜະລິດຂອງປະຊາຊົນບັນດາເຜົ່າ ໃຫ້ເປັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ເຊິ່ງເຫັນວ່າເນື້ອທີ່ທຳການຜະລິດເເມ່ນເພີ່ມຂຶ້ນໃນແຕ່ລະປີຢ່າງຕໍ່ເນື່ອງ.

ສຳລັບການຜະລິດເຂົ້ານາແຊງປີນີ້ ຈະສູ້ຊົນຜະລິດໃນເນື້ອທີ່ 1.000 ເຮັກຕາ ເຊິ່ງຂະແໜງການທີ່ກ່ຽວຂ້ອງ ກໍ່ໄດ້ລະດົມໃຫ້ປະຊາຊົນ ແລະ ອົງການຈັດຕັ້ງທຸກພາກສ່ວນ ໄດ້ມີສ່ວນຮ່ວມໃນການປັບປຸງ, ສ້ອມແປງລະບົບຊົນລະປະທານ, ຄອງເໝືອງ ແລະ ລະບົບຫົວງານຕ່າງໆ ເພື່ອເຮັດໃຫ້ການຜະລິດຂອງພໍ່ແມ່ປະຊາຊົນທ່ວງທັນກັບລະດູການ ແລະ ຮັບປະກັນສະໜອງນໍ້າໄດ້ພຽງພໍກັບຄວາມຕ້ອງການໃນເນື້ອທີ່ຄາດຄະເນໄວ້.

ທ່ານ ກ່າວຕື່ມວ່າ: ທົ່ວເມືອງມີໂຄງການຊົນລະປະທານທັງໝົດ 25 ໂຄງການ. ໃນນັ້ນ: ໂຄງການຊົນລະປະທານແບບນໍ້າໄຫຼເຂົ້າເອງ 3 ໂຄງການ ອັນເປັນເງື່ອນໄຂເຮັດໃຫ້ການຜະລິດໃນທົ່ວເມືອງຫີນບູນໄດ້ມີຜົນສຳເລັດ. ມາຮອດປັດຈຸບັນຊາວກະສິກອນລົງມືຕົກກ້າໄດ້ແລ້ວ 40% ແລະ ຄາດວ່າຈະໃຫ້ສຳເລັດການຕົກກ້າໃນຕົ້ນເດືອນທັນວານີ້.

ສະເພາະການປູກພືດລະດູແລ້ງໃນເນື້ອທີ່ແຜນການ 1.730 ເຮັກຕາ ມາຮອດປັດຈຸບັນແມ່ນປະຕິບັດໄດ້ແລ້ວ 30% ຂອງເນື້ອທີ່ແຜນການ. ໃນນັ້ນ: ເດັ່ນກວ່າໝູ່ແມ່ນການປູກມັນຕົ້ນ ໂດຍໄດ້ຮັບການສະໜັບສະໜູນທຶນຈຳນວນໜຶ່ງຈາກໂຮງງານແປ້ງມັນຕົ້ນ ຄຳມ່ວນພັດທະນາ ທີ່ໄດ້ສົ່ງເສີມປະຊາຊົນ ຄາດວ່າໃນປີ 2019 ນີ້ຈະຜະລິດໃຫ້ໄດ້ 150 ເຮັກຕາຂຶ້ນໄປ ສະເພາະເນື້ອທີ່ ທີ່ນອນຢູ່ໃນໂຄງການດັ່ງກ່າວ ແລະ ໃນທົ່ວເມືອງແມ່ນຄາດວ່າຈະມີເນື້ອທີ່ຜະລິດເຖິງ 500 ເຮັກຕາຂຶ້ນໄປ ສຳລັບເນື້ອທີ່ປູກມັນຕົ້ນ.

ທີ່ມາ: Khammouane News