ຫຼາຍແທ້! ທຳລາຍສິນຄ້າເສື່ອມຄຸນກວ່າ 100 ລາຍການ ຢູ່ປາກກະດິງ

141

ຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ເມືອງປາກກະດິງ ແຂວງ ບໍລິຄຳໄຊ ໄດ້ລົງເຄື່ອນໄຫວກວດກາສິນຄ້າ ເສື່ອມຄຸນ, ສິນຄ້າໝົດອາຍຸ ຢູ່ບັນດາຫ້າງຮ້ານພາຍໃນເທດສະບານເມືອງ ພົບສິນຄ້າບໍລິໂພກເສື່ອມຄຸນ ແລະ ຢາຕ້ອງຫ້າມ ຈຳນວນ 119 ລາຍການ ລວມມູນຄ່າ 15 ລ້ານກີບ ມາທຳລາຍຖິ້ມ.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 6 ທັນວາ 2019 ຜ່ານມາ ທີ່ສະໜາມຂີ້ເຫຍື້ອເຂດທາງຊຳພູ ເມືອງປາກກະດິງ ແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມມີ ທ່ານ ໂຄສາຈານ ແສນທະວີໄຊ ຮອງເຈົ້າເມືອງປາກກະດິງ ຜູ້ຊີ້ນຳຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ຂັ້ນເມືອງ, ມີຕາງໜ້າຫ້ອງການອ້ອມຂ້າງເມືອງ ແລະ ຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ເຂົ້າຮ່ວມ.

ສິນຄ້າທີ່ນຳມາທຳລາຍໃນຄັ້ງນີ້ ແມ່ນໄດ້ຈາກຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ໄດ້ລົງເຄື່ອນໄຫວ ກວດກາໃນລະຫວ່າງວັນທີ 18-27 ພະຈິກ 2019. ເຊິ່ງການຈັດຕັ້ງເຄື່ອນໄຫວກວດກາອາຫານ ແລະ ຢາ ໄດ້ສຸມກວດຮ້ານຂາຍເຄື່ອງຍ່ອຍ ແລະ ຮ້ານຂາຍເຄື່ອງສົ່ງຈຳນວນ 78 ຮ້ານ, ກວດພົບເຄື່ອງບໍລິໂພກເສື່ອມຄຸນ ແລະ ຢາຕ້ອງຫ້າມຢູ່ 38 ຮ້ານ. ໃນນັ້ນ: ມີເຄື່ອງບໍລິໂພກທີ່ເສື່ອມຄຸນ ຈຳນວນ 79 ລາຍການ ມີປະເພດເຂົ້າໜົມ, ເຄື່ອງດື່ມ, ໝີ່ສຳເລັດຮູບ, ເຄື່ອງບໍລິໂພກໃນຄົວເຮືອນ, ຢາສະຜົມ ແລະ ນ້ຳມັນທາຜິວ ມູນຄ່າ 9.133.000ກີບ. ກວດພົບຢາປົວພະຍາດທີ່ລັກຂາຍຕາມຮ້ານຂາຍເຄື່ອງຍ່ອຍ ເຊິ່ງຜິດຕໍ່ກົດໝາຍຄຸ້ມຄອງຢາ ແລະ ອຸປະກອນການແພດ ມີຈຳນວນ 40 ລາຍການ ມູນຄ່າ 6.000.000 ກີບ, ລວມມູນຄ່າທັງໝົດ 15.133.000 ກີບ.

ສະນັ້ນ, ຈຶ່ງຂໍຝາກເຕືອນມາຍັງພໍ່ແມ່ປະຊາຊົນທຸກທົ່ວໜ້າ ແລະ ພໍ່ຄ້າແມ່ຄ້າ ກ່ອນຊື້-ກ່ອນຂາຍ-ກ່ອນບໍລິໂພກ ຕ້ອງກວດເບິ່ງວັນຜະລິດ ແລະ ວັນໝົດອາຍຸ ຂອງເຄື່ອງບໍລິໂພກ ເພື່ອຮັບປະກັນໃຫ້ມີຄວາມປອດໄພຈາກອາຫານ ແລະ ຢາ, ໄດ້ຮັບຜົນປະໂຫຍດທັງຜູ້ຊື້ກິນ ແລະ ຜູ້ຂາຍ.