ຄົບຮອບ 16 ປີ! ລາວ ສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ

152

ເມື່ອອາທິດທີ່ຜ່ານມາ, ບັນດາພະນັກງານ-ລັດຖະກອນ ຈາກບັນດາກະຊວງ, ອົງການ, ພ້ອມດ້ວຍຜູ້ຕາງໜ້າສະຖານທູດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ນັກຮຽນນັກສຶກສາ ເຂົ້າຮ່ວມພິທີ ສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ວັນທີ 9 ທັນວາ ຄົບຮອບ 16 ປີ ທີ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫລວງວຽງຈັນ.

ໃນພິທີ ທ່ານບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ກ່າວປາໄສ ທ່ານໄດ້ຍົກໃຫ້ເຫັນຄວາມເປັນມາຂອງວັນຕ້ານການສໍ້ລາດບັງຫຼວງສາກົນ ວັນທີ 9 ທັນວາ ທີ່ກອງປະຊຸມໃຫຍ່ອົງການສະຫະປະຊາຊາດ ໄດ້ອອກຍັດຕິ ຮັບຮອງເອົາໃນປີ 2003, ມາຮອດປະຈຸບັນມີສະມາຊິກ 186 ປະເທດ, ສໍາລັບລາວ ສປປ ລາວ ໄດ້ລົງນາມໃນວັນທີ 10 ທັນວາ 2013 ແລະ ໃຫ້ສັດຕະຍະບັນໃນວັນທີ 25 ກັນຍາ 2009 , ສ່ວນຄໍາຂັວນການສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫລວງສາກົນປີນີ້ແມ່ນ ຮ່ວມແຮງຮ່ວມໃຈຕ້ານການສໍ້ລາດບັງຫຼວງ.

ພ້ອມນີ້, ທ່ານບຸນທອງ ຈິດມະນີ ໄດ້ຍົກໃຫ້ເຫັນຄວາມອັນຕະລາຍຮ້າຍແຮງກ່ຽວກັບການສໍ້ລາດບັງຫຼວງ, ລວມເຖິງຄວາມເອົາໃຈໃສ່ ຂອງພັກແລະ ລັດ ຕໍ່ການຕ້ານການສໍ້ລາດບັງຫຼວງ ດ້ວຍການອອກກົດໝາຍ, ນິຕິກໍາ ແລະ ມາດຕະການຕ່າງໆຢ່າງເຂັ້ມງວດ.

ຜ່ານການຕິດຕາມ- ກວດກາ ພົບເຫັນການຈັດຕັ້ງແລະບຸກຄົນຈໍານວນໜຶ່ງ ສວຍໃຊ້ໜ້າທີ່ຕໍາແໜ່ງບໍ່ຖືກຕ້ອງ, ສໍ້ໂກງຊັບສິນຂອງລັດ ແລະສໍ້ລາດບັງຫຼວງໃນຮູບແບບຕ່າງໆ. ສະເພາະປີ 2018 ຜ່ານມາມີພະນັກງານ ກໍຄືເຈົ້າໜ້າທີ່ລັດກະທໍາຜິດວິໄນ 849 ຄົນ ໃນນັ້ນ: ຖືກດໍາເນີນຄະດີ 153ຄົນ.

ສະນັ້ນ, ເພື່ອອັດຊ່ອງຫວ່າງ ແລະ ສະກັດກັ້ນພຶດຕິກໍາທີ່ເປັນການສໍ້ລາດບັງຫລວງໃຫ້ຫຼຸດນ້ອຍລົງ ລັດຖະບານໄດ້ພະຍາຍາມປັບປຸງກົງຈັກການຈັດຕັ້ງທຸກຂັ້ນ, ທຸກພາກສ່ວນ ລວມທັງວິສະຫະກິດຂອງລັດ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນຕື່ມ ແລະ ມີຄວາມໂປ່ງໃສ, ຫຼຸດຜ່ອນຂອດຂັ້ນບໍລິການ, ແກ້ໄຂຊ່ອງຫວ່າງໃນການສວຍໃຊ້ໜ້າທີ່, ນໍາເຄື່ອງມືທັນສະໄໝເຂົ້າໃນການເກັບລາຍຮັບ ແລະ ການຄຸ້ມຄອງບໍລິຫານລັດ. ກໍ່ສ້າງ ແລະປັບປຸງກົດໝາຍ, ນິຕິກໍາລຸ່ມກົດໝາຍກໍຄືກົນໄກ ແລະ ລະບອບ-ລະບຽບການຕ່າງໆໃຫ້ຫຼາຍ ແລະ ຮັດກຸມກວ່າເກົ່າ ເພື່ອເປັນເຄື່ອງມືໃນການຄຸ້ມຄອງລັດຄຸ້ມຄອງສັງຄົມ ດ້ວຍກົດໝາຍໃຫ້ນັບມື້ເຂັ້ມແຂງຂຶ້ນເລື້ອຍໆ.

ທີ່ມາ: Lao National Radio