ທ່ານ ແສນສັກ ພົມວົງສາ ຮັບໜ້າທີ່ຮັກສາການຫົວໜ້າພະແນກພາຍໃນແຂວງສະຫວັນນະເຂດຄົນໃໝ່

124

ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ໄດ້ຈັດພິທີມອບ – ຮັບໜ້າທີ່ ລະຫວ່າງ ຫົວໜ້າພະແນກພາຍໃນແຂວງຄົນເກົ່າ ແລະ ຮັກສາການຫົວໜ້າພະແນກພາຍໃນແຂວງຄົນໃໝ່ ຂຶ້ນໃນວັນທີ 5 ທັນວາຜ່ານມາ ໂດຍການເຂົ້າຮ່ວມຂອງ ທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງສະຫວັນນະເຂດ, ມີພະແນກການກົມກອງອ້ອມຂ້າງແຂວງ, ຕາງໜ້າຈາກນະຄອນໄກສອນ ພົມວິຫານ ແລະ 14 ເມືອງ ໃນທົ່ວແຂວງເຂົ້າຮ່ວມ.

ໃນພິທີ ທ່ານ ພອນຄຳ ໄຊຍະສົມບັດ ຫົວໜ້າພະແນກພາຍໃນແຂວງຄົນເກົ່າ ກໍໄດ້ຂຶ້ນລາຍງານການເຄື່ອນໄຫວຊີ້ນຳວຽກງານໃນໄລຍະທີ່ຮັບໜ້າທີ່ ນັບແຕ່ເດືອນກຸມພາ 2015 ຈົນມາເຖິງປັດຈຸບັນ. ຈາກນັ້ນ, ກໍໄດ້ມີການເຊັນມອບ – ຮັບໜ້າທີ່ກັນຢ່າງເປັນທາງການ ລະຫວ່າງ ທ່ານ ພອນຄຳ ໄຊຍະສົມບັດ ຫົວໜ້າພະແນກພາຍໃນແຂວງຄົນເກົ່າ ແລະ ທ່ານ ແສນສັກ ພົມວົງສາ ( ອະດີດເປັນຮອງຫົວໜ້າຄະນະຈັດຕັ້ງແຂວງ ) ຮັກສາການຫົວໜ້າພະແນກພາຍໃນແຂວງຄົນໃໝ່ ເຊິ່ງຊ້ອງໜ້າປະທານ ແລະ ແຂກທີ່ເຂົ້າຮ່ວມພິທີໃນຄັ້ງນີ້.

ໂອກາດນີ້, ທ່ານ ໂພໄຊ ໄຊຍະສອນ ກໍໄດ້ກ່າວໂອ້ລົມຕໍ່ພິທີ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ທາງທ່ານຫົວໜ້າພະແນກພາຍໃນແຂວງຄົນເກົ່າ ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມນີ້, ທ່ານກໍຍັງໄດ້ເນັ້ນໜັກໃຫ້ຮັກສາການຫົວໜ້າພະແນກພາຍໃນແຂວງຄົນໃໝ່ ໃຫ້ສືບຕໍ່ຄົ້ນຄວ້າ ແລະ ປຶກສາຫາລືຮ່ວມກັນ ເພື່ອແກ້ໄຂວຽກງານທີ່ຍັງຄົງຄ້າງ ພ້ອມທັງກຳນົດແຜນການທີ່ຈະສຸມໃສ່ຈັດຕັ້ງປະຕິບັດ ໃນປີ 2020 ຕື່ມອີກ.

ຂ່າວ: ຕຸກຕາ