ສູນຂໍ້ມູນ – ຂ່າວສານຈະຊ່ວຍແກ້ບັນຫາດ້ານສຸຂະພາບທີ່ເດັກນ້ອຍກຳລັງປະເຊີນ

210

ກະຊວງແຜນການ ແລະ ການລົງທຶນ ຮ່ວມມືກັບ ສະຫະພາບເອີຣົບ ແລະ ອົງການ UNICEF ຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າປະຈໍາປີໂຄງການສ້າງຮາກຖານຂໍ້ມູນ – ຂ່າວສານແຫ່ງຊາດ ດ້ານໂພຊະນາການ ຂຶ້ນໃນວັນທີ 9 ທັນວາ 2019 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ອອກຕາເວຍ ບີ   ໂວລ ຜູ້ຕາງໜ້າອົງການ UNICEF ປະຈໍາລາວ, ທ່ານ ລີໂອຟີເບີ ເອກອັກຄະລັດຖະທູດຂອງສະຫະພາບເອີຣົບ ປະຈໍາລາວ ພ້ອມດ້ວຍບັນດາອົງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ກິແກ້ວ ຈັນທະບູຣີ ໄດ້ກ່າວວ່າ: ການປະເມີນ ແລະ ການວິເຄາະຂໍ້ມູນທີ່ມີຢູ່ລວມທັງຂໍ້ສະເໜີແນະຕ່າງໆແມ່ນມີຄວາມຈຳເປັນ ແລະ ສຳຄັນຢ່າງຍິ່ງສຳລັບລັດຖະບານຂອງ ສປປ ລາວ ເນື່ອງຈາກສາມາດຊ່ວຍໃຫ້ເຂົ້າໃຈກ່ຽວກັບຂໍ້ມູນທາງດ້ານໂພຊະນາການ ແລະ ນະໂຍບາຍໄດ້ດີຂຶ້ນກວ່າເກົ່າ; ລະບົບຂໍ້ມູນ – ຂ່າວສານດ້ານໂພຊະນາການຈະສະໜອງຂໍ້ມູນທີ່ມີຄຸນນະພາບໃນການດຳເນີນການວິເຄາະ, ການຕິດຕາມຄວາມຄືບໜ້າ, ການນຳໃຊ້ຂໍ້ມູນສຳລັບການວາງນະໂຍບາຍທີ່ເອື້ອອຳນວຍຕໍ່ການຂະຫຍາຍ ແລະ ການປັບປຸງຂະໜາດຂອງແຜນງານຂອງລັດຖະບານໄດ້ຢ່າງມີປະສິດທິພາບ. ລວມທັງການຈັດສັນກ່ຽວກັບງົບປະມານເພື່ອສະໜັບສະໜູນກິດຈະກຳທີ່ກ່ຽວຂ້ອງກັບໂພຊະນາການອີກດ້ວຍ ຍ້ອນການມີສູນຂໍ້ມູນດັ່ງກ່າວນີ້ ຈະເຮັດໃຫ້ເດັກນ້ອຍໄດ້ຮັບຜົນປະໂຫຍດຫຼາຍຂຶ້ນກວ່າເກົ່າ.

ທ່ານ ລີໂອຟີເບີ ໄດ້ກ່າວວ່າ: ເດັກທີ່ຂາດສານອາຫານຈະເຊື່ອມໂຍງກັບລະດັບ ຄວາມສຳເລັດ ທາງດ້ານການສຶກສາ ແລະ ການດຳລົງຊີວິດທີ່ຫຼຸດລົງໃນພາຍຫຼັງ. ດັ່ງນັ້ນ, ລັດຖະບານ ແລະ ຄູ່ຮ່ວມພັດທະນາພິຈາລະນາຈຶ່ງໄດ້ທົບທວນນະໂຍບາຍແຜນຍຸດທະສາດດ້ານໂພຊະນາການທີ່ມີຢູ່ ເພື່ອຮັບປະກັນວ່າສາມາດແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານສຸຂະພາບ ແລະ ໂພຊະນາການທີ່ເດັກນ້ອຍກຳລັງປະເຊີນຢູ່ໃນປະເທດລາວ.

ຂ່າວ: ທິບອຸສາ