ບໍລິສັດ ເທີນ – ຫີນບູນ ສຳເລັດການກໍ່ສ້າງ 2 ໂຄງການຊ່ວຍເຫຼືອ

206

ບໍລິສັດ ເທີນ – ຫີນບູນ ພາວເວີ ຈຳກັດ ໃນນາມຜູ້ສຳປະທານໂຄງການກໍ່ສ້າງເຂື່ອນໄຟຟ້າເທີນ – ຫີນບູນ ພາກຂະຫຍາຍ ໄດ້ມອບ – ໂອນໂຄງການກໍ່ສ້າງຕາຂ່າຍໄຟຟ້າ 22 KV ມີຄວາມຍາວ 4.500 ແມັດ ລວມມູນຄ່າເກືອບ 70.000 ໂດລາສະຫະລັດ ແລະ ລະບົບຊົນລະປະທານ ບ້ານໜອງດົງ, ບ້ານນາເຕີຍ ເມືອງຫີນບູນ ແຂວງຄຳມ່ວນ ປະກອບມີໝໍ້ແປງໄຟຟ້າຂະໜາດ 160 KVA ຈຳນວນ 2 ໜ່ວຍ, ຈັກສູບນໍ້າ 75 ກິໂລວັດ ຈຳນວນ 2 ໜ່ວຍ ເຊິ່ງສາມາດດູດນໍ້າໄດ້ສູງສຸດ 270 ລິດຕໍ່ວິນາທີ, ມູນຄ່າການກໍ່ສ້າງທັງໝົດ 268.600 ໂດລາສະຫະລັດ ເຊິ່ງທັງສອງໂຄງການດັ່ງກ່າວແມ່ນໄດ້ເລີ່ມລົງມືການກໍ່ສ້າງໃນເດືອນເມສາ ແລະ ສຳເລັດການກໍ່ສ້າງໃນເດືອນພະຈິກ 2019.

ທ່ານ ສິງເພັດ ແກ້ວທອງລິນ ຜູ້ຮັບຜິດຊອບວຽກງານການກໍ່ສ້າງ ແລະ ບຳລຸງຮັກສາພື້ນຖານໂຄງລ່າງ ແລະ ຕິດຕາມສິ່ງແວດລ້ອມ ບໍລິສັດ ເທີນ – ຫີນບູນ ພາວເວີ້ ຈຳກັດ ກ່າວໃຫ້ຮູ້ວ່າ: ບ້ານໜອງດົງ ແລະ ບ້ານນາເຕີຍ ແມ່ນນອນຢູ່ໃນເປົ້າໝາຍທີ່ໂຄງການໄດ້ໃຫ້ການຊ່ວຍເຫຼືອ ບໍ່ວ່າຈະເປັນເສັ້ນທາງ, ນໍ້າສະອາດ, ລະບົບໄຟຟ້າ, ຊົນລະປະທານ ແລະ ອື່ນໆ ທີ່ນອນຢູ່ໃນເປົ້າໝາຍ ລວມທັງບ້ານທີ່ໄດ້ຮັບການຍົກຍ້າຍຈັດສັນ ແລະ ບັນດາບ້ານທີ່ໄດ້ຮັບຜົນກະທົບອື່ນໆ ເຊິ່ງຈຸດປະສົງກໍເພື່ອພັດທະນາພື້ນຖານໂຄງລ່າງໃນບັນດາໝູ່ບ້ານທີ່ໄດ້ຮັບຜົນກະທົບຈາກ ໂຄງການເທີນ – ຫີນບູນ ພາກຂະຫຍາຍ ໂດຍສະເພາະແມ່ນບັນດາບ້ານທີ່ຢູ່ລຽບແຄມແມ່ນໍ້າຫີນບູນ, ແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໄດ້ຮັບການປັບປຸງດີຂຶ້ນ.

ສຳລັບລະບົບຕາຂ່າຍໄຟຟ້າ ແມ່ນມອບໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ເປັນຜູ້ຄຸ້ມຄອງນັບແຕ່ມື້ລົງນາມການມອບ – ຮັບ, ສ່ວນລະບົບຊົນລະປະທານແມ່ນທາງບໍລິສັດຈະຮັບຜິດຊອບການບໍາລຸງຮັກສາ, ສ້ອມແປງ ແລະ ຊຳລະຄ່າກະແສໄຟຟ້າ ເປັນເວລາ 3 ປີ ນັບແຕ່ມື້ລົງນາມການມອບ – ຮັບເປັນຕົ້ນໄປ.

ພິທີມອບ – ຮັບໂຄງການດັ່ງກ່າວ ຈັດຂຶ້ນໃນວັນທີ 6 ທັນວາ 2019 ທີ່ບ້ານນາເຕີຍ ເມືອງຫີນບູນ ເຊິ່ງຕາງໜ້າຝ່າຍບໍລິສັດກ່າວມອບໂດຍ ທ່ານ ສຸລິເດດ ເບົ້າມະນີໂຄດ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ເທີນ – ຫີນບູນ ພາວເວີ້ ຈຳກັດ ແລະ ຕາງໜ້າຝ່າຍລັດຖະບານກ່າວຮັບໂຄງການກໍ່ສ້າງຕາຂ່າຍໄຟຟ້າໂດຍ ທ່ານ ສຸລິນ ພົມມະໄຊ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງຄຳມ່ວນ ແລະ ກ່າວຮັບລະບົບຊົນລະປະທານໂດຍ ທ່ານ ເທວາ ສີໂສພາ ຮອງເຈົ້າເມືອງຫີນບູນ ໂດຍມີພະນັກງານ – ວິຊາການທັງສອງຝ່າຍ ພ້ອມດ້ວຍອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນທັງສອງບ້ານເຂົ້າຮ່ວມ.