ນາງງາມຈັກວານ ຄົນທີ 68 ຂອງໂລກ ສາວງາມຈາກປະເທດອາຟຣິກາໃຕ້ Zozibini Tunzi

300

ຈົບລົງໄປແລ້ວສໍາລັບການປະກວດ Miss Universe ທີ່ຈັດຂຶ້ນທີ່ປະເທດ ອາເມລິກາ ຮອບຕັດສິນວັນທີ 8 ທັນວາ 2019 (ວັນທີ 9 ທັນວາ 2019 ຕາມເວລາປະເທດລາວ) ເຊິ່ງລາວເຮົາເອງ ເມ ວິຈິດຕາ ພອນວິໄລ ຕົວແທນປະເທດໄປປະກວດໃນເວທີດັ່ງກ່າວ ບໍ່ສາມາດຄວ້າລາງວັນໃດມາຝາກຄົນລາວ ແຕ່ສາວ ເມ ກໍເຮັດເຕັມທີ່, ດີທີ່ສຸດແລ້ວ ຄັ້ງນີ້ ສາວເມເກັບກ່ຽວຄວາມຮູ້ ປະສົບການຫຼາຍຢ່າງໃນເວທີນາງງາມໂລກ ເພື່ອກັບມາພັດທະນາ ແລະ ປັບປຸງໃນຫຼາຍໆຢ່າງ ແລະ ຄັ້ງນີ້ມວນຊົນຄົນລາວທັງພາຍໃນ ແລະ ຢູ່ຕ່າງປະເທດຕ່າງກໍຊື່ນຊົມ ໃຫ້ກໍາລັງໃຈສາວເມມາຕະຫຼອດອັນເຮັດໃຫ້ເຫັນວ່າຄົນລາວເຮົາບໍ່ເຄີຍຖິ້ມກັນ.

ສ່ວນສາວທີ່ຄວ້າມົງກຸດ ແລະ ຄອງຕໍາແໜ່ງ Miss Universe 2019 ຫຼື Miss Universe ຄົນທີ 68 ແມ່ນສາວງາມ Zozibini Tunzi ຈາກປະເທດ ອາຟຣິກກາໃຕ້

Zozibini Tunzi ເກີດເມື່ອວັນທີ 18 ກັນຍາ 1993 ໄວ 26 ປີ  ເປັນນາງແບບອັບຟຣິກາໃຕ້ ເມື່ອປີ 2017 ຜ່ານມາ ນາງເຄີຍປະກວດໃນເວທີນີ້ຄືກັນ ແຕ່ໃນລຸກຜົມຍາວ ແລະ ບໍ່ໄດ້ຜ່ານເຂົ້າຮອບ 12 ຄົນສຸດທ້າຍ

ຈົນມາໃນປີ 2019 ນາງມາປະກວດອີກຄັ້ງ ແລະ ໄດ້ຮັບລາງວັນຊະນະເລີດ ກໍຄືເປັນຄົນທີ່ຄອບຄອງມົງກຸດ Miss Universe 2019 ຄົນທີ 68 ຂອງໂລກ

ປະໂຫຍກທີ່ໝາຍເຖິງຄວາມຄິດ ທັດສະນະຄະຕິຂອງນາງທີ່ເບິ່ງຄືເປັນຈຸດທີ່ເຮັດໃຫ້ນາງໄດ້ຮັບຄະແນນ ແລະ ຕໍາແໜ່ງຄົງຈະແມ່ນການຕອບຄໍາຖາມວ່າ “ຂ້ອຍເຕີບໃຫຍ່ໃນສັຄົມທີ່ສີຜິວຄືຂ້ອຍ ຖືກເບິ່ງວ່າບໍ່ງາມເລີຍ ແຕ່ຂ້ອຍຢາກຈະຢຸດຄວາມຄິດນີ້ ແລະ ຢາກໃຫ້ທຸກຄົນເບິ່ງວ່າຂ້ອຍ ເບິ່ງໜ້າຂ້ອຍ ແລະ ໄດ້ເຫັນທຸກຄົນທີ່ຄືຂ້ອຍ ໃຫ້ສະທ້ອນຕົວຕົນທຸກຄົນເມື່ອໄດ້ເບິ່ງຂ້ອຍ”

ນອກຈາກນາງຈະໄດ້ຄອງຕໍາແໜ່ງ Miss Universe 2019 ແລ້ວ ນາງຍັງໄດ້ຄອງມົງກຸດອັນລໍ້າຄ່າ The Power of Unity ທີ່ໃຊ້ປີນີ້ເປັນປີທໍາອິດ ອອກແບບສະໜັບສະໜຸນໂດຍ  MOUAWAD ແບນແຟຊັນນໍາລະດັບໂລກ ມູນຄ່າ 5,000,000 ດອນລາສະຫາລັດ.