ແກງສົ້ມຮາກສາຍບົວໃສ່ປາກະປ໋ອງ

106

ຮາກສາຍບົວເປັນສ່ວນໜຶ່ງຂອງໜໍ່ບົວ ຫຼື ເປັນສ່ວນທີ່ປົ່ງອອກມາ ແລະ ຈະເລີນເຕີບໂຕໄປເປັນຕົ້ນໃໝ່ຕໍ່ໄປ ເຊິ່ງລັກສະນະຂອງມັນຈະເປັນກ້ານຍາວທີ່ມີສີຂາວນວນມີສັບພະຄຸນເປັນຢາເຢັນ, ຊ່ວຍແກ້ອາການອ່ອນເພຍ ແລະ ຊ່ວຍບຳລຸງຫົວໃຈ.

ສ່ວນປະສົມ: ຮາກສາຍບົວ 300 ກຣາມ, ປາກະປ໋ອງ 2 ກະປ໋ອງ, ໜ້າແກງເຜັດ 1 – 2 ບ່ວງແກງ ( ຖ້າສະດວກຕໍາເອົາເອງກໍໄດ້ ), ນໍ້າຕານ 3 – 4 ບ່ວງແກງ, ນ້ຳປາ 4 ບ່ວງແກງ, ເກືອ 1 ບ່ວງກາເຟ, ນ້ຳໝາກນາວ 8 – 10 ບ່ວງແກງ, ໃບຂີ້ຫູດ 4 – 5 ໃບ, ນ້ຳສະອາດ 2 – 3 ຖ້ວຍໃຫຍ່.

ວິທີປຸງແຕ່ງ:

ເອົາຮາກສາຍບົວມາລ້າງໃຫ້ສະອາດດ້ວຍນ້ຳເກືອແຊ່ບຶດໜຶ່ງແລ້ວເອົາຂຶ້ນ ( ຖ້າແຊ່ດົນເກີນໄປຈະເຮັດໃຫ້ຮາກສາຍບົວບໍ່ກອບ ) ແລະ ນຳມາຕັດເປັນຕ່ອນປະມານ 2 ຂໍ້ມື. ຈາກນັ້ນ, ເອົານ້ຳໃສ່ໝໍ້ພ້ອມເກືອຄ້າງໄຟແຮງ ພໍນ້ຳຟົດເອົາໜ້າແກງເຜັດລົງຄົນໃຫ້ມັນລະລາຍນ້ຳດີ ຈຶ່ງເອົາປາກະປ໋ອງລົງ ແລະ ຕາມດ້ວຍຮາກສາຍບົວ.

ຕົ້ມຕໍ່ໄປຈົນຮາກສາຍບົວສຸກ ( ໃຊ້ເວລາປະມານ 15 ນາທີ ) ແລະ ປຸງລົດຊາດດ້ວຍນ້ຳຕານ, ນ້ຳປາ ຄ່ອຍໆຄົນໃຫ້ເຂົ້າກັນເນື້ອປາຈຶ່ງບໍ່ມຸ່ນຈີກໃບຂີ້ຫູດລົງປິດໄຟ. ສຸດທ້າຍແມ່ນໃສ່ນ້ຳໝາກນາວຄົນໃຫ້ເຂົ້າກັນພ້ອມຊີມລົດຊາດຕາມໃຈມັນ ຕັກໃສ່ຖ້ວຍພ້ອມເສີບກັບເຂົ້າຈ້າວຮ້ອນໆ.

ຂໍ້ມູນຈາກ: maeban.co.th

ຮຽບຮຽງ: ນຸ້ມນິ້ມ