ແຈກສູດໝູສາມຊັ້ນຈືນໃຫ້ກອບນອກນຸ້ມໃນບໍ່ອົມນ້ຳມັນ

145

ມຶ້ນີ້ມີເຄັດບໍ່ລັບ ແຈກສູດໃຫ້ພໍ່ຄົວ ແມ່ຄົວ ມືໃໝ່ ຫຼື ກຳລັງຫາສູດຈືນໝູສາມຊັ້ນໃຫ້ນຸ່ມ ກອບນອກນຸ່ມໃນ ໃຫ້ເປັນຕາແຊບ, ໜ້າຮັບປະທານ ແລະເມື່ອກິນເຂົ້າໄປແລ້ວຕ້ອງຕິດໃຈ ແນ່ນອນ.

ລອງປະຕິບັດຕາມນີ້ເລີຍກຽມສ່ວນປະສົມຄື ນໍາໝູສາມຊັ້ນ 1 ກິໂລກາມມາຫັ່ນໃຫ້ເປັນຕ່ອນຍາວປະມານ 5-6 ນິ້ວ, ເອົາເກືອໄອໂອດິນໃສ່ 1 ບ່ວງກາເຟ, ພ້ອມໃສ່ໄຂ່ໄກ່ 2 ໜ່ວຍ,

ແລ້ວກໍໝັກໄວ້ 20-30 ນາທີໃຫ້ມັນເຂົ້າເນື້ອຊີ້ນ, ຈາກນັ້ນໃສ່ແປ້ງໂກກິ 2 ບ່ວງແກງ, ຄົນໃຫ້ເຂົ້າກັນ (ບໍ່ຕ້ອງລະລາຍໃນນ້ຳ)

ກຽມຕັ້ງກະທະ, ໃສ່ນ້ຳມັນຫລາຍໆໄວ້ໃຫ້ຖ້ວມຕ່ອນຫມູສາມຊັ້ນ, ຈາກນັ້ນໃສ່ນ້ຳສົ້ມສາຍຊູລົງໄປ 2 ບ່ວງແກງ ໃນຕອນທີ່ນ້ຳມັນຍັງບໍ່ຮ້ອນເດີ້ ຈະຊ່ວຍໃຫ້ໝູກອບນອກນຸ່ມໃນ ໝູຈະຟູ, ກອບດົນອີກດ້ວຍ.

ເມື່ອນ້ຳມັນຝົດກໍຢ່າຕົກໃຈ ຄ່ອຍໆໃສ່ໝູລົງໄປ, ໄຟບໍ່ຮ້ອນຫຼາຍ, ປີ້ນຕ່ອນໝູໄປມາ ຈົນສີໃກ້ເຫຼືອງ ແລ້ວເລັ່ງໃຫ້ໄຟໃຫ້ແຮງຂຶ້ນ,

ເມື່ອຕ່ອນໝູເຫຼືອງແລ້ວໃຫ້ຮີບຕັກຂຶ້ນມາທັນທີ ແລ້ວວາງໄວ້ 2-3 ນາທີ ແລ້ວກໍສາມາດນຳມາຮັບປະທານ ປຸງແຕ່ເມນູໄດ້ເລີຍ ງ່າຍແມ່ນບໍມື້ໜ້າຢ່າລືມໃຊ້ສູດນີ້!!!

ສໍາລັບໃຜທີ່ມັກກິນແບບຈໍ້າແຈ່ວ ແອັດມິ້ນແຖມສູດນ້ຳແຈ່ວກິນກັບໝູສາມຊັ້ນນຳເລີຍ ເປັນແຈ່ວສົ້ມໝາກເຜັດກະທຽມ

ກໍຄືຊອຍນໍາກະທຽມ, ໝາກເຜັດ ມາຊອຍ ຫຼື ຕໍາ ກໍໄດ້, ປະສົມນ້ຳຕານ, ຫມາກນາວ, ນ້ຳປາ ຄົນໆໃຫ້ເຂົ້າກັນ ຖ້າຢາກໃຫ້ຫອມແນ່ກໍຊອຍຜັກຫອມໃສ່ ກໍສາມາດກິນໝູສາມຊັ້ນຈໍ້າແຈ່ວ ແບບແຊບໆໄດ້ເລີຍ.