ທ່ານ ກຽງສັກ ບຸນທາວົງ ໄດ້ເປັນປະທານສານ ປະຊາຊົນແຂວງສະຫວັນນະເຂດ ຄົນໃໝ່

224

ໂດຍອີງຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຫຼາຍບັນອົງການຈັດຕັ້ງ, ບັນດາຂະແໜງການໄດ້ມີການໂຍກຍ້າຍ, ສັບຊ້ອນໜ້າທີ່ຕຳແໜ່ງ. ທັງນີ້, ກໍ່ເພື່ອເຮັດໃຫ້ການຕັດຕັ້ງປະຕິບັດວຽກງານດັ່ງກ່າວມີປະສິທິຜົນຍິ່ງໆຂຶ້ນ. ຫຼ້າສຸດ, ໃນວັນທີ 4 ທັນວາ 2019 ຜ່ານມາ ທີ່ສານປະຊາຊົນແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ບຸນເຍື້ອນ ທິດພຸດທະ ວົງ  ປະທານກວດກາພັກ-ລັດ ແຂວງ, ທ່ານ ຄຳພັນ ບຸນພາຄົມ ຮອງປະທານສານປະຊາຊົນ ສູງສຸດ, ມີພະແນກການກົມກອງອ້ອມ ຂ້າງແຂວງ, ການຈັດຕັ້ງທີ່ກ່ຽວ ຂ້ອງຂັ້ນຕ່າງໆ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເຊິ່ງພາຍໃນພິທີ ກໍ່ມີການຜ່ານມະຕິຂອງຄະນະ ຈຳສະພາແຫ່ງຊາດວ່າດ້ວຍ ການໂຍກຍ້າຍພະນັກງານສານ ປະຊາຊົນທ້ອງຖິ່ນ ໂດຍໄດ້ ຕົກລົງໂຍກຍ້າຍທ່ານພູຄຳ ເລນິນ ປະທານສານປະຊາຊົນ ແຂວງ (ຄົນເກົ່າ) ໄປຮັບໜ້າ ທີ່ໃໝ່ ຢູ່ໂຮງຮຽນການເມືອງ-ການປົກຄອງແຂວງ ແລະ ຜ່ານມະຕິຕົກລົງຂອງຄະນະ ປະຈຳສະພາແຫ່ງຊາດທີ່ໄດ້ ເຫັນດີແຕ່ງຕັ້ງທ່ານ ກຽງສັກ ບຸນທາວົງ ເປັນປະທານສານ ປະຊາຊົນແຂວງສະຫວັນນະ ເຂດຄົນໃໝ່.  ຫຼັງຈາກນັ້ນ, ກໍ່ໄດ້ມີການເຊັນມອບ-ຮັບ ໜ້າທີ່ກັນຢ່າງເປັນທາງການ.

ທີ່ມາ: ສະຫວັນພັດທະນາ ຂ່າວ / Savanhphathana News