ໂອເປກຈັບມືຣັດເຊຍຫຼຸດການຜະລິດນໍ້າມັນປ້ອນຕະຫຼາດໂລກ

183

ກຸ່ມປະເທດສົ່ງອອກນໍ້າມັນຫຼືໂອເປກ ແລະ ປະເທດນອກກຸ່ມໂອເປກນໍາໂດຍຣັດເຊຍ ປັບຫຼຸດກໍາລັງການຜະລິດນໍ້າມັນໃນເພື່ອຫຼຸດປະລິມານໃນຄັງແຮ ແລະ ຊ່ວຍປະຄອງລາຄານໍ້າມັນໃນຕະຫຼາດໂລກບໍ່ໃຫ້ຕົກຕໍ່າຫຼາຍກວ່ານີ້.

ທ່ານ ທາເມຍ ກ໊າດບັນ ລັດຖະມົນຕີກະຊວງນໍ້າມັນຂອງອີຣັກກ່າວວ່າ:ຂໍ້ສະເໜີການປັບຫຼຸດກໍາລັງການຜະລິດນໍ້າມັນໄດ້ຮັບການສະໜັບສະໜູນຈາກປະເທດສະມາຊິກຫຼັກຂອງໂອເປກໂດຍສະເພາະອາຣັບບີຊາອຸດິດເຊິ່ງຕ້ອງການໃຫ້ມີການຫຼຸດກໍາລັງການຜະລິດຈໍານວນຫຼາຍ.

ກ່ອນໜ້ານີ້,ໂອເປກໄດ້ບັນລຸຂໍ້ຕົກລົງກັບຣັດເຊຍ ແລະ  ປະເທດນອກກຸ່ມໂອເປກໃນກອງປະຊຸມເມື່ອເດືອນ ກໍລະກົດທີ່ຜ່ານມທີ່ປະເທດ ໂອຕຣິດເພື່ອຕໍ່ເວລາການປັບຫຼຸດການຜະລິດນໍ້າມັນອອກໄປອີກ9ເດືອນຈາກແຕ່ກ່ອນທີ່ກໍານົດສິ້ນສຸດໃນເດືອນ ມິຖຸນາປີນີ້.

ທັງນີ້,ໂອເປກ ແລະ ປະເທດນອກກຸ່ມດັ່ງກ່າວປັບຫຼຸດກໍາລັງການຜະລິດຕັ້ງແຕ່ປີ2017ເພື່ອຮອງຮັບຜົນກະທົບຂອງການຜະລິດນໍ້າມັນຈໍານວນມະຫາສານຈາກອາເມຣິກາເຊິ່ງປັດຈຸບັນກາຍເປັນປະເທດຜະລິດນໍ້າມັນລາຍໃຫຍ່ທີ່ສຸດຂອງໂລກ.