ເອີຣົບສະກັດຂະບວນການຟອກເງິນທົ່ວໂລກ

95

ສໍານັກງານຕໍາຫຼວດສະຫະພາບເອີຣົບຫຼືຢູໂຣໂຟຖະແຫຼງຜົນການຈັບກຸມຂະບວນການຟອກເງິນທົ່ວໂລກໂດຍສາມາດຈັບຜູ້ຖືກສົງໄສໄດ້ກວ່າ200ຄົນໃນ31ປະເທດ.

ປະຕິບັດການກວດລ້າງມີຂຶ້ນໃນໄລຍະເດືອນ ກັນຍາ-ເດືອນ ພະຈິກທີ່ຜ່ານມາສາມາດຈັບກຸມຜູ້ຖືກສົງໄສ228ຄົນທີ່ກ່ຽວຂ້ອງກັບສິ່ງທີ່ີີີີຮຽກວ່າຮັບຈ້າງຂົນເງິນເຊິ່ງກຸ່ມຄົນເຫຼົ່ານີ້ມັກຈະກະທໍາໂດຍບໍ່ເຈດຕະນາໃນການໂອນເງິນຜິດກົດໝາຍລະຫວ່າງບັນຊີເງິນຝາກທະນາຄານຫຼືລະຫວ່າງປະເທດ.

ປະຕິບັດການໃນຄັ້ງນີ້ເປັນການປະສານຄວາມຮ່ວມມືລະຫວ່າງສໍານັກງານຕໍາຫຼວດກຸ່ມປະເທດໃນເອີຣົບຕະຫຼອດຮອດອົດສະຕຣາລີ,ອາເມຣິກາ ແລະ ອູແກຣນ.

ທັງນີ້,ທະນາຄານກວ່າ650ແຫ່ງ ແລະ ສະຖາບັນການເງິນຕ່າງໆອີກ17ແຫ່ງຊ່ວຍລາຍງານການໂອນເງິນຢ່າງຜິດປົກກະຕິ7.520ຄັ້ງ,ສາມາດປ້ອງກັນຄວາມເສຍຫາຍມູນຄ່າ12,9ລ້ານເອີໂຣ.