ຮ່ວມຕ້ານໄພໜາວ! ການນຳແຂວງ ໄຊຍະບູລີ ລົງມອບເຄື່ອງຊ່ວຍເຫຼືອ ປະຊາຊົນເມືອງໄຊສະຖານ

142

ເນື່ອງຈາກສະພາບອາກາດປີນີ້ໜາວກວ່າປີຜ່ານມາ ຫຼາຍພື້ນທີ່ໃນແຕ່ລະພາກປະສົບກັບໄພໜາວ ເຊິ່ງບາງທ້ອງຖິ່ນອຸນຫະພູມຫຼຸດລົງຂັ້ນຕິດລົບ, ສ່ວນບາງທ້ອງຖິ່ນມີນໍ້າໝອກກ້າມໃນຕອນເຊົ້າ ເຊັ່ນດຽວກັບແຂວງ ໄຊຍະບູລີ ຫຼາຍທ້ອງຖິ່ນພາຍໃນແຂວງ ກໍ່ປະສົບກັບອາກາດໜາວ. ສະນັ້ນ, ເພື່ອເປັນການຊ່ວຍເຫຼືອບັນເທົາໜາວ ການນຳແຂວງ ໄຊຍະບູລີ ໄດ້ລົງມອບເຄື່ອງຊ່ວຍເຫຼືອພໍ່ແມ່ປະຊາຊົນ ເມືອງໄຊສະຖານ ຕ້ານໄພໜາວ.

ໃນວັນທີ 8 ທັນວາ 2019 ນີ້, ການນໍາແຂວງໄຊຍະບູລີ ນໍາໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ພ້ອມດ້ວຍບັນດາຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ແລະບໍລິສັດຈໍາປາຄໍາ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອບັນເທົາໜາວ ມອບໃຫ້ແກ່ຄອບຄົວທຸກຍາກ ເມືອງໄຊຊະຖານ, ແຂວງໄຊຍະບູລີ, ໃຫ້ການຕ້ອນຮັບໂດຍທ່ານ ກອງສີ ວົງສີ ເຈົ້າເມືອງ ໄຊຊະຖານ.

ເຄື່ອງບັນເທົາໜາວທີ່ນໍາມາມອບຄັ້ງນີ້ປະກອບມີ: ຜ້າຫົ່ມ, ຜ້າຊົວ, ສົ້ງ-ເສື້ອກັນໜາວເດັກ ແລະ ຜູ້ໃຫຍ່, ຜ້າພັນຄໍ ແລະ ອຸປະກອນການຮຽນ-ການສອນຈໍານວນໜຶ່ງ ລວມມູນຄ່າທັງໝົດເກືອບ 100 ລ້ານກີບ, ໂດຍໄດ້ມອບຢູ່ 3 ຈຸດຄື: ຈຸດກຸ່ມບ້ານສະແມດໃຫຍ່, ຈຸດກຸ່ມບ້ານ ກໍ່-ສະປິ ແລະຈຸດບ້ານປາກລອງ, ນອກນີ້ ຍັງໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນແມ່ນອາຫານແຫ້ງ ມອບໃຫ້ແກ່ອ້າຍນ້ອງທະຫານ ທີ່ປະຕິບັດໜ້າທີ່ປ້ອງກັນຊາຍແດນ, ໂດຍແມ່ນ ທ່ານ ພົງສະຫວັນ ສິດທະວົງ, ເຈົ້າແຂວງ ໄຊຍະບູລີ, ພ້ອມດ້ວຍທີມງານໃຫ້ກຽດມອບ ແລະ ນຸ່ງເຄື່ອງກັນໜາວໃຫ້ເດັກນ້ອຍ.

ທັງນີ້, ກໍ່ເພື່ອເຮັດໃຫ້ກຸ່ມຄົນທີ່ທຸກຍາກໃນຂອບເຂດທົ່ວເມືອງດັ່ງກ່າວ ໂດຍສະເພາະແມ່ນຜູ້ເຖົ້າ ແລະເດັກນ້ອຍທີ່ມີພູມຕ້ານທານຕໍ່າ, ເພາະເມືອງດັ່ງກ່າວຍັງມີຄອບຄົວທຸກຍາກປະມານ 920 ກວ່າຄອບຄົວ, ເປັນເຂດທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລ 1.300 ກວ່າກິໂລແມັດ, ມີອາກາດໜາວຈັດ ແລະ ມີລົມພັດແຮງຕະຫລອດປີ.

ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ກໍ່ໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຈົ່ງພ້ອມກັນເອົາໃຈໃສ່ເບິ່ງແຍງສຸຂະພາບໃຫ້ດີ, ໂດຍສະເພາະແມ່ນຜູ້ເຖົ້າ ແລະ ເດັກນ້ອຍ, ໃນໄລຍະທີ່ໜາວຈັດນີ້, ພ້ອມດຽວກັນຈົ່ງສືບຕໍ່ເກັບກູ້ຜົນຜະລິດໃຫ້ສໍາເລັດ ແລະ ທ່ວງທັນກັບລະດູການ, ສືບຕໍ່ປູກພືດລະດູແລ້ງຕາມຄວາມເໝາະສົມຂອງທ້ອງຖິ່ນ.

ທີ່ມາ: ຂປລ