ການອອກກຳລັງກາຍສະໝອງຊ່ວຍເພີ່ມຄວາມຈື່ຈຳ

100

ເຮົາບໍ່ອາດປະຕິເສດໄດ້ວ່າຄວາມຈື່ຈຳດີມີຜົນຕໍ່ການດຳເນີນຊີວິດ ເພາະການຈົດຈຳໄດ້ດີຈະຊ່ວຍໃຫ້ເກີດການຮຽນຮູ້ ແລະ ກາຍເປັນປະສົບການທີ່ມີຄ່າໃນຊີວິດ. ນອກຈາກການກິນອາຫານທີ່ມີປະໂຫຍດຕໍ່ສະໝອງ ການເຮັດກິດຈະກຳທຸກໆມື້ເປັນປະຈຳກໍສາມາດຊ່ວຍເພີ່ມຄວາມຈຳໄດ້ເປັນຢ່າງດີ.

1 ຫົວໜ້ອຍໜຶ່ງ: ການຫົວພຽງແຕ່ 20 ນາທີ ສາມາດສົ່ງຜົນໃຫ້ຄວາມຈື່ຈໍາໃນໄລຍະສັ້ນດີຂຶ້ນ ແລະ ລະດັບຮໍໂມນຄຣໍຕິຊອນ ( Cortisol ) ຍັງຫຼັ່ງໄດ້ໜ້ອຍລົງພ້ອມ. ນອກຈາກນີ້, ຄວາມດັນເລືອດຍັງຫຼຸດລົງນໍາອີກ ວິທີແນະນຳຄືໃຫ້ເບິ່ງຮູບເງົາຕະຫຼົກກັບໝູ່ ຫຼື ຄອບຄົວ ເປັນວິທີໜຶ່ງໃນການສ້າງສຽງຫົວໄດ້ເຊັ່ນກັນ.

2 ນອນຫຼັບ: ການນອນຫຼັບຈະເຮັດໃຫ້ຈຸລັງສະໝອງເກີດການເຊື່ອມຕໍ່ເຖິງກັນ ແລະ ກັນ ໂດຍສະເພາະໄລຍະການຫຼັບຊະນິດທີ່ຈຸລັງສະໝອງຈະສາມາດຈົດຈຳ ແລະ ເກັບຄວາມຊົງຈຳໄວ້ໄດ້.

3 ຝຶກການຂຽນ: ນັກຈິດຕະວິທະຍາຂອງມະຫາໄລແຄລິບຟໍເນຍແຫ່ງລອສແອງເຈີລິສປະເທດສະຫະລັດອາເມຣິກາ ພົບວ່າ: ກຸ່ມນັກສຶກສາທີ່ໃຊ້ບິກຈົດບັນທຶກຈະມີຄວາມສາມາດໃນການຈົດຈຳເນື້ອຫາໄດ້ຫຼາຍກວ່າກຸ່ມທີ່ບັນທຶກໂດຍການພິມໃນຄອມພິວເຕີ.

4 ການນັ່ງ ແລະ ຢືນ: ການນັ່ງ ແລະ ຢືນດ້ວຍທ່າທາງທີ່ຖືກຕ້ອງນັ້ນຊ່ວຍໃຫ້ສະໝອງຈົດຈຳເລື່ອງລາວຕ່າງໆໄດ້ດີ ເພາະເລືອດສາມາດນຳອົກຊີແຊນໄປລ້ຽງສະໝອງໄດ້ຫຼາຍເຖິງ 40% ຖ້າປະຕິບັດກັນເປັນປະຈຳນອກຈາກຊ່ວຍພັດທະນາສະໝອງແລ້ວ ຍັງປ້ອງກັນພະຍາດ ຄວາມຈຳເສື່ອມໄດ້ນໍາອີກ.

ຂໍ້ມູນຈາກ: health.mthai.com

ຮຽບຮຽງ: ນຸ້ມນິ້ມ