ລວມພະລັງເພື່ອຕໍ່ສູ້ກັບສັດຕູໂຕໃໝ່ໃນຮູບເງົາ “ The Angry Birds Movie 2 “

231

ກັບມາອີກຄັ້ງກັບຮູບເງົາກາຕູນ “ The Angry Birds Movie 2 ” ໂດຍຄູ່ກັດຕະຫຼອດການຈະຕ້ອງໄດ້ມາລວມພະລັງເພື່ອຕໍ່ສູ້ກັບສັດຕູໂຕໃໝ່ ເຂົ້າສາຍແລ້ວມື້ນີ້ທຸກໂຮງຮູບເງົາທົ່ວປະເທດ.

ສໍາລັບພາກ 2 ແມ່ນການເລົ່າເລື່ອງຂອງກຸ່ມນົກທີ່ບໍ່ສາມາດບິນເທິງຟ້າໄດ້ ແລະ ບັນດາໝູສີຂຽວທີ່ມີແຜນສູງ ຕ້ອງໄດ້ຮ່ວມມືກັນຍົກລະດັບການຕໍ່ສູ້ຫຼາຍຂຶ້ນ ເນື່ອງຈາກເກີດໄພພິບັດເທື່ອໃໝ່ທີ່ເຮັດໃຫ້ເກາະນົກ ແລະ ເກາະໝູຕ້ອງຕົກຢູ່ໃນອັນຕະລາຍ ໂດຍທັງ 2 ກຸ່ມໄດ້ຕົກລົງເຊັນສັນຍາສະຫງົບເສິກຊົ່ວຄາວ ແລະ ລວມພະລັງກັນເປັນທີມສູ້ທີ່ຍິ່ງໃຫຍ່ ໂດຍມີຈຸດປະສົງດຽວກັນຄືປົກປັກຮັກສາບ້ານເກີດຂອງພວກເຂົາ.

ສາມາດເບິ່ງຮູບເງົາກາຕູນເໝາະສໍາລັບທຸກໄວໄດ້ແລ້ວ ເຂົ້າສາຍໃນວັນທີ 10 ທັນວາ 2019 ທຸກໂຮງຮູບເງົາທົ່ວປະເທດ.

ຂໍ້ມູນຈາກ: major platinum cineplex

ຮຽບຮຽງ: ນຸ້ມນິ້ມ