EVO ເຄື່ອງກີລາຍີ່ຫຍໍ້ທຳອິດຂອງລາວ ເຊັນສັນຍາຊຸກຍູ້ ສູນພັດທະນາບານເຕະທີ່ຊູວອນ ສ ເກົາຫລີ

113

ພິທີເຊັນສັນຍາສະໜັບສະໜູນສູນພັດທະນາບານເຕະWorld Cup FC ຈາກເມືອງຊູວອນ, ສ ເກົາຫຼີ ລະຫວ່າງ ທ່ານ ບູ້ສະໄໝ ບຸດທະວົງ ຄະນະບໍລິຫານຜະລິດຕະພັນເຄື່ອງກີລາ EVO ແລະ ທ່ານ ນຳ ຊໍ ຮໍ ຄູຝຶກ ແລະ ທ່ານ Namchul Huh ຫົວໜ້າຄູຝຶກສູນພັດທະນາບານເຕະ World Cup FC ໂດຍມີຄະນະທັງສອງຝ່າຍ ແລະ ສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດດັ່ງກ່າວ, ທ່ານ ບູ້ສະໄໝ ບຸດທະວົງ ຄະນະບໍລິຫານເຄື່ອງກິລາ EVO ໄດ້ໃຫ້ຮູ້ວ່າ: ການເຊັນສັນຍາການຮ່ວມມືສະໜັບສະໜູນຄັ້ງນີ້ເປັນນິມິດໝາຍອັນດີໃນການຊຸກດັນຜະລິດຕະພັນເຄື່ອງກິລາລາວ ກ້າວສູ່ຕ່າງປະເທດຕາມຈຸດປະສົງ, ເປົ້າໝາຍ ແລະ ວິໄສທັດຂອງພວກເຮົາ, ທັງເປັນການຮ່ວມມືສະໜັບສະໜູນສູນພັດທະນາບານເຕະ World Cup FC ຂອງ ສ ເກົາຫຼີ ໃຫ້ມີຜົນງານພົ້ນເດັ່ນໃນການສ້າງນັກກີລາສູ່ອາຊີບ ແລະ ທີມຊາດ ແລະ ອີກດ້ານໜຶ່ງກໍຍັງເປັນການນຳຜະລິດຕະພັນເຄື່ອງກິລາທີ່ເປັນຂອງຄົນລາວ ກ້າວສູ່ສາກົນຢ່າງກວ້າງຂວາງຂຶ້ນເລື້ອຍໆ.

ຂະນະທີ່ ທ່ານ Namchul Huh ໄດ້ໃຫ້ຮູ້ວ່າ: ເຫດຜົນໃນການເລືອກເອົາຜະລິດຕະພັນເຄື່ອງກີລາ EVO ຢູ່ສປປ ລາວ ເປັນເຄື່ອງໝາຍສັນຍາລັກໃຫ້ແກ່ທີມໄດ້ນຸ່ງລົງສະໜາມແຕ່ລະນັດກໍຍ້ອນວ່າເຄື່ອງກີລາດັ່ງກ່າວເປັນຜະລິດຕະພັນທີ່ມີຄຸນນະພາບສູງ, ມີການອອກແບບທີ່ສວຍງາມ ແລະ ມີຫຼາກຫຼາຍລາຍສີໃຫ້ເລືອກອີກດ້ານໜຶ່ງ ກໍມີເຈດຈຳນົງຕ້ອງການຊ່ວຍຊຸກຍູ້ຜະລິດຕະພັນກີລາລາວໃຫ້ກວ້າງຂວາງກວ່າເກົ່າ, ສະນັ້ນ ຫຼັງກັບເມື່ອເຖິງ ສ ເກົາຫຼີ ກໍຈະພະຍາຍາມ ເສີມຂະຫຍາຍໂຄສະນາເຄື່ອງດັ່ງກ່າວນີ້ ໃຫ້ສັງຄົມ ສ ເກົາຫຼີ ຮັບຮູ້ເພີ່ມຕື່ມ ແລະ ຄາດວ່າ ຜະຕະພັນຂອງຄົນລາວ ຈະສ້າງຄວາມພໍໃຈໄດ້ຫຼາຍພໍສົມຄວນ.
ສໍາລັບ ເນື້ອໃນສັນຍາຄັ້ງນີ້ EVO ຈະສະໜອງເຄື່ອງກີລາຄົບຊຸດໃຫ້ສູນພັດທະນາບານເຕະ World Cup FC ໃນສັນຍາ 1 ປີໃນລາຄາສິນຄ້າຫຼຸດ 50% ປະຈຸບັນຜະລິດຕະພັນເຄື່ອງກີລາ EVO ຄອງຕະຫຼາດໃນ ສປປລາວ ຫຼາຍສົມຄວນເຄີຍສະໜັບສະໜູນຫຼາຍສະໂມສອນບານເຕະໃນລາວເປັນຕົ້ນກອງທັບ, ສະຫວັນຢູໄນເຕັດ ແລະ ເອັສຣາ ປະຈຸບັນເປັນຜູ້ສະໜັບສະໜູນສະຫະພັນແລ່ນ-ລານແຫ່ງຊາດ ລວມທັງ ສະຫະພັນກີລາອີສະປອດແຫ່ງຊາດລາວ ແລະ ສະຫະພັນເປຕັງແຫ່ງຊາດລາວ.

ຂ່າວ:​ ສົງການ