ຊ່ວຍຖະໜອມດວງຕາຈາກການຫຼິ້ນໂທລະສັບ

85

ອາການປວດຕາຈາກການຫຼິ້ນມືຖື ຫຼື ໃຊ້ຄອມພິວເຕີຫຼາຍກາຍເປັນເລື່ອງປົກກະຕິຂອງຄົນໃນຍຸກປັດຈຸບັນໄປແລ້ວ ຖ້າຍັງບໍ່ພາກັນເອົາໃຈໃສ່ໃນເລື່ອງນີ້ແນ່ນອນວ່າອີກບໍ່ດົນອາດຕາບອດໄດ້ ເຊິ່ງຕ້ອງເອົາໃຈໃສ່ໃນການເບິ່ງແຍ່ງສຸຂະພາບໜ່ວຍຕາໃຫ້ດີ ເພາະຕາເຮົາມີພຽງຄູ່ດຽວ. ດັ່ງນັ້ນ, ຈຶ່ງມີເຄັດລັບງ່າຍໆມາແນະນຳ ແລະ ເປັນການຖະໜອມສາຍຕາໃຫ້ດີຂຶ້ນດ້ວຍ.

ໂດຍທຸກໆ 1 ຊົ່ວໂມງ ໃຫ້ພັກສາຍຕາດ້ວຍການຢຸດໃຊ້ສາຍຕາແລ້ວປ່ຽນມາເຮັດກິດຈະກໍາອື່ນໆ ເຊັ່ນ: ເບິ່ງຕົ້ນໄມ້, ເບິ່ງພື້ນທີ່ສີຂຽວ ຫຼື ຫຼັບຕາ ເພື່ອຜ່ອນຄາຍກ້າມຊີ້ນສາຍຕາ. ນອກຈາກນີ້, ກໍຄວນບຳລຸງສາຍຕາດ້ວຍການເລືອກອາຫານທີ່ມີວິຕາມິນເອສູງ ເຊັ່ນ: ໄຂ່, ນົມ, ຕັບ ແລະ ຜັກໃບຂຽວ ເຊິ່ງຈະຊ່ວຍບຳລຸງສາຍຕາ ແລະ ປ້ອງກັນຄວາມຜິດປົກກະຕິໃນການເຮັດວຽກຂອງປະສາດຕານຳ.

ຂໍ້ມູນຈາກ: today.line.me, ຮຽບຮຽງ: ນຸ້ມນິ້ມ