ໂອໂຕລາວກຽມເປີດໂຕລົດໃໝ່ 2 ລຸ້ນ ຕ້ອນຮັບປີ 2020

142

ບໍລິສັດ ໂອໂຕລາວ ຈໍາກັດ ຕົວແທນນໍາເຂົ້າ ແລະ ຈໍາໜ່າຍລົດ Mercedes – Benz ໃນລາວກຽມເປີດໂຕລົດໃໝ່ 2 ລຸ້ນ ຄື The New GLE 450 4MATIC ແລະ The New GLS 450 4MATIC ເປັນການເປີດຕະຫຼາດຕົ້ນປີນໍາ SUV ລຸ້ນ 2020 ໃຫ້ລູກຄ້າໄດ້ສໍາຜັດ ແລະ ຈັບຈອງ.

ທ່ານ ອານຸລັກ ທໍາມະວົງ ຜູ້ຈັດການທົ່ວໄປ ບໍລິສັດ ໂອໂຕລາວ ຈໍາກັດ ໄດ້ກ່າວວ່າ: The New GLE 450 4MATIC ແລະ The New GLS 450 4MATIC ເປັນລົດ Luxury SUV ທີ່ພວມໄດ້ຮັບຄວາມນິຍົມສູງຈາກລູກຄ້າທັງພາຍໃນ ແລະ ຕ່າງປະເທດ, ທັງສອງລຸ້ນເປັນການປັບຮູບໂສມໃໝ່ໃຫ້ໂດດເດັ່ນ ແລະ ນໍາໃຊ້ເຕັກໂນໂລຊີໃໝ່ທີ່ຖືກພັດທະນາມາກັບອັອບຊັນ ເພີ່ມຄວາມສະດວກໃຫ້ຜູ້ຂັບຂີ່ທີ່ບໍ່ເຄີຍມີມາກ່ອນ ໂດຍສະເພາະລະບົບ MBUX ເຕັກໂນໂລຊີໃໝ່ ໃຫ້ທ່ານສາມາດສື່ສານກັນລະຫວ່າງຄົນກັບລົດ.

ທ່ານ ອານຸລັກ ທໍາມະວົງ ກ່າວຕື່ມອີກວ່າ: ລົດທັງສອງລຸ້ນຈະມາເຖິງ ສປປ ລາວ ໃນກາງເດືອນທັນວາ 2019 ນີ້ ແລະ ຈະມີການເປີດໂຕຢ່າງເປັນທາງການ ໃນກາງເດືອນມັງກອນ 2020. ສ່ວນກິດຈະກໍາສົ່ງເສີມການຂາຍ ແລະ ຄືນກໍາໄລໃຫ້ລູກຄ້າ ຫ້ອງຂາຍໂອໂຕລາວຍັງຄົງຈະເນັ້ນບັນດາກິດຈະກໍາທີ່ຫ້ອງຂາຍໂອໂຕລາວຈັດຄືທຸກໆປີຜ່ານມາ ໂດຍສະເພາະເນັ້ນກິດຈະກໍາທີ່ປະສົບຜົນສໍາເລັດຫຼາຍ ໂດຍສະເພາະ family day.