ໜ້າຕົກໃຈ! ເດືອນ ຕຸລາ ລາວຂາດດຸນການຄ້າກັບຕ່າງປະເທດເກືອບ 200 ລ້ານໂດລາ

224

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ ຕຸລາ (10) ບັນລຸໄດ້ປະມານ 873 ລ້ານໂດລາສະຫະລັດ. ( ຍັງບໍ່ກວມເອົາການສົ່ງອອກໄຟຟ້າ) ໃນນັ້ນ, ມູນຄ່າການສົ່ງອອກປະມານ 338 ລ້ານໂດລາສະຫະລັດ ແລະ ນໍາເຂົ້າປະມານ 534 ລ້ານໂດລາສະຫະລັດ ເຊິ່ງລາວເຮົາຍັງຂາດດຸນການຄ້າກັບຕ່າງປະເທດປະມານ 196 ລ້ານໂດລາສະຫາລັດ.

ສຳລັບສິນຄ້າສົ່ງຂອງ ສປປ ລາວ ປະກອບມີ: ແຮ່ທອງ 49 ລ້ານໂດລາ; ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ 29 ລ້ານ; ໝາກກ້ວຍ 17 ລ້ານໂດລາ; ເຍື່ອໄມ້ ແລະ ເສດເຈ້ຍ 28 ລ້ານໂດລາ; ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ 25 ລ້ານໂດລາ; ເຄື່ອງດື່ມ (ນໍ້າອັດລົມ, ນໍ້າ, ເຄື່ອງດື່ມຊູຸກໍາລັງ) 17 ລ້ານໂດລາ; ເຄື່ອງນຸ່ງຫົ່ມ 17 ລ້ານໂດລາ; ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 11 ລ້ານໂດລາ; ຢາງພາລາ 23 ລ້ານໂດລາ ແລະ ງົວ, ຄວາຍ 16 ລ້ານໂດລາ.

ສ່ວນສິນຄ້າທີ່ ສປປ ລາວ ນໍາເຂົ້າປະກອບມີ: ພາຫະນະທາງບົກ ນອກຈາກລົດໄຖນາ ແລະ ລົດຈັກ 41 ລ້ານໂດລາ; ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 26 ລ້ານໂດລາ; ນ້ຳມັນກາຊວນ 41 ລ້ານໂດລາ; ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນ) 45 ລ້ານໂດລາ; ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 41 ລ້ານໂດລາ; ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ) 21 ລ້ານໂດລາ; ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ 16 ລ້ານໂດລາ; ພລາສະຕິກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 14 ລ້ານໂດລາ; ນໍ້າຕານ 13 ລ້ານໂດລາ ແລະ ສັດທີ່ມີຊີວິດ 27 ລ້ານໂດລາ.

ຂະນະທີ່, ບັນດາປະເທດທີ່ ສປປ ລາວ ສົ່ງອອກສິນຄ້າ ປະກອບມີ: ສປ ຈີນ 128 ລ້ານໂດລາ ຣາຊະອານາຈັກ ໄທ 89 ລ້ານໂດລາ; ສສ ຫວຽນນາມ 76 ລ້ານໂດລາ; ເຢຍລະມັນ 8 ລ້ານໂດລາ ແລະ ສະວິດເຊີແລນ 8 ລ້ານໂດລາ. ສ່ວນບັນດາປະເທດທີ່ ສປປ ລາວ ນໍາເຂົ້າສິນຄ້າ ປະກອບມີ: ຮາຊະອານາຈັກ ໄທ 290 ລ້ານໂດລາ; ສປ ຈີນ 132 ລ້ານໂດລາ; ສສ ຫວຽດນາມ 67 ລ້ານໂດລາ; ຍີ່ປຸ່ນ 10 ລ້ານໂດລາ ແລະ ສ ເກົາຫລີ ເກືອບບັນລຸໄດ້ 5 ລ້ານໂດລາ.

ທີ່ມາ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal