ສື່ມວນຊົນລາວສຳເລັດການຝຶກອົບຮົມ ການເກັບກຳ ແລະ ວິເຄາະຂໍ້ມູນ – ຂ່າວສານ

81

ພິທີປິດຊຸດອົບຮົມ “ ທັກສະການເກັບກຳ ແລະ ວິເຄາະຂໍ້ມູນ – ຂ່າວສານຂອງນັກຂ່າວໃນຍຸກສະໄໝສື່ເອເລັກໂຕຣນິກ ” ມີຂຶ້ນໃນວັນທີ 6 ທັນວາຜ່ານມາ ທີ່ສະຖາບັນສື່ມວນຊົນ. ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ກຽດເປັນປະທານໂດຍ ທ່ານ ວິໄລທອງ ສີຊານົນ ຫົວໜ້າສະຖາບັນສື່ມວນຊົນ ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານ ດັງ ຄ໊າກເລີ້ຍ ຮອງຫົວໜ້າກົມ ສື່ມວນຊົນ ກະຊວງຖະແຫຼງຂ່າວ ແລະ ສື່ສານ ສສ ຫວຽດນາມ, ມີບັນດາອາຈານຈາກ ສສ ຫວຽດນາມ, ພ້ອມດ້ວຍສື່ມວນຊົນລາວໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

ທ່ານ ພູທອນ ບຸດຕະວົງ ຮອງຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ: ການຈັດຊຸດອົບຮົມພາຍໃຕ້ຫົວຂໍ້ “ ທັກສະການເກັບກຳ ແລະ ວິເຄາະຂໍ້ມູນ – ຂ່າວສານຂອງນັກຂ່າວໃນຍຸກສະໄໝສື່ເອເລັກໂຕຣນິກ ” ໄດ້ດຳເນີນມາເປັນເວລາ 5 ວັນ   ( ວັນທີ 2 – 6 ທັນວາ 2019 ) ດ້ວຍຄວາມເອົາໃຈໃສ່ສົ່ງ ຄວາມຮູ້ຂອງບັນດາອາຈານ ແລະ ຄວາມເອົາໃຈໃສ່ເກັບ  ກຳ – ຖອດຖອນບົດຮຽນ ແລະ ແລກປ່ຽນປະສົບການລະ ຫວ່າງຄູ – ອາຈານກັບບັນດາສຳມະນາກອນ. ໃນການອົບຮົມແມ່ນໄດ້ຮຽນຮູ້ກ່ຽວກັບ ຄວາມແຕກຕ່າງ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ລະຫວ່າງສື່ແບບເກົ່າ ແລະ ສື່ແບບໃໝ່, ທັກສະການເກັບກຳຂໍ້ມູນ ແລະ ການວິເຄາະເຈາະເລິກບັນຫາ ວ່າອັນໃດຂ່າວຈິງ ແລະ ອັນໃດແມ່ນຂ່າວປອມ.

ໂອກາດດັ່ງກ່າວ, ທ່ານ ດັງ ຄ໊າກເລີ້ຍ ໄດ້ເປັນກຽດມອບໃບຢັ້ງຢືນໃຫ້ແກ່ສຳມະນາກອນ ຈຳນວນ 51 ທ່ານ.

( ຂ່າວ; ແກ້ວ; ຮູບຈາກ: ສະຖາບັນສື່ມວນຊົນ )