ນັກປະພັນລາວຄວ້າລາງວັນຈາກ 2 ເວທີ

263

ສະມາຄົມນັກປະພັນລາວ ຈັດພິທີຖະແຫຼງຂ່າວຜົນການເຂົ້າຮ່ວມພິທີມອບ – ຮັບລາງວັນຊີໄຣ ( SEA Write ) ປີ 2016 – 2018 ແລະ ລາງວັນວັນນະກໍາແມ່ນໍ້າຂອງ ( MERLA ) ປະຈໍາປີ 2019 ໃນວັນທີ 6 ທັນວາ 2019 ທີ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ, ມີສິລະປິນນັກຂຽນ, ນັກປະພັນ ແລະ ສື່ມວນຊົນທຸກຂະແໜງການເຂົ້າຮ່ວມ.

ທ່ານ ທອງໃບ ໂພທິສານ ໄດ້ກ່າວວ່າ: ຕ້ອງຂໍຊົມເຊີຍນັກປະພັນລາວທີ່ໄດ້ລາງວັນມາຄອງ ທັງລາງວັນຊີໄຣ ແມ່ນເປັນລາງວັນວັນນະກໍາສ້າງສັນຍອດຢ້ຽມແຫ່ງອາຊຽນ ແລະ ລາງວັນວັນນະກໍາແມ່ນໍ້າຂອງ ແມ່ນລາງວັນສ້າງສາຍພົວພັນມິດຕະພາບໃນບັນດາປະເທດແມ່ນ້ຳຂອງປະກອບມີ 6 ປະເທດ ( ສປປ ລາວ, ຫວຽດນາມ, ກໍາປູເຈຍ, ໄທ, ມຽນມາ ແລະ ສປ ຈີນ ).

ມາຮອດປັດຈຸບັນນັກປະພັນລາວ ແມ່ນໄດ້ຮັບລາງວັນລະດັບອາຊຽນເປັນຈໍານວນຫຼາຍ ໂດຍໄດ້ສ້າງຊື່ສຽງ ແລະ ບົດບາດໃຫ້ແກ່ປະເທດຊາດດ້ານຂຸມຊັບທາງປັນຍາ, ທຸກເລື່ອງທຸກບົດທີ່ໄດ້ຮັບລາງວັນແມ່ນມີຄວາມໝາຍສໍາຄັນທີ່ສຸດ ແລະ ນັບມື້ເວທີນັກຂຽນຍິ່ງມີການແຂ່ງຂັນສູງ ທຸກຄົນກໍເຮັດໜ້າທີ່ອອກມາໄດ້ດີຈົນໄດ້ຮັບລາງວັນ.

ລາງວັນຊີໄຣ ( SEA Write ) ປີ 2016 – 2018 ແມ່ນໄດ້ຈັດຂຶ້ນໃນທ້າຍເດືອນພະຈິກ 2019 ທີ່ປະເທດໄທ ໂດຍເປັນການມອບລາງວັນ 3 ປີຊ້ອນ  ຄື: ໃນປີ 2016 ແມ່ນ ທ່ານ ສຸບັນ ຫຼວງລາດ ໄດ້ຮັບລາງວັນປະເພດບົດກະວີຊື່ “ ມູນມັງຫຼັງມ່ານໝອກ ”, ປີ 2017 ແມ່ນ ທ່ານ ສົມໃຈ ຈັນທະວົງ ໄດ້ຮັບລາງວັນປະເພດເລື່ອງສັ້ນຊື່  “ ແຫວນຄໍາ ” ແລະ ປີ 2018 ແມ່ນ ທ່ານ ນາງ ຜິວລາວັນ ຫຼວງວັນນາ ປະເພດເລື່ອງຍາວຊື່ “ ແທນຄໍາສາລະພາບ ”.

ສໍາລັບລາງວັນວັນນະກໍາແມ່ນໍ້າຂອງ ( MERLA ) ປະຈໍາປີ 2019 ໄດ້ຈັດຂຶ້ນໃນເດືອນຕຸລາ 2019 ທີ່ປະເທດມຽນມາ ທ່ານ ແສງຈັນ ສຸຂະເສມ ໄດ້ຮັບລາງວັນປະເພດເລື່ອງຍາວຊື່ “ ຈຸດຈົບຢູ່ຜາຖີ່ ” ແລະ ທ່ານ ແສງພູໄຊ ອິນທະວີຄໍາ ໄດ້ຮັບລາງວັນປະເພດບົດກະວີຊື່ “ ນັກສູ້ແຫ່ງລຸ່ມແມ່ນໍ້າຂອງ ”.

( ຂ່າວ: ທິບອຸສາ )