ສົນທະນາກ່ຽວກັບມູນເຊື້ອຂອງຊາດໃຫ້ແກ່ໄວໜຸ່ມ

124

ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ( ສຊປລ ) ຈັດເວທີສົນທະນາເພື່ອເຜີຍແຜ່ມູນເຊື້ອອັນດີງາມ ເນື່ອງໃນວັນທີ 2 ທັນວາ ຄົບຮອບ 44 ປີ ໃນຫົວຂໍ້: ຊາວໜຸ່ມບໍ່ລືມມູນເຊື້ອອັນອົງອາດກ້າຫານ ແລະ ເຫັນແຈ້ງຕໍ່ພາລະກິດປະຕິວັດໃນໄລຍະໃໝ່ ພ້ອມທັງມອບຫຼຽນຜົນງານ 5 ປີ ໃຫ້ພະນັກງານ ສຊປລ.

ເວທີສົນທະນາໄດ້ຈັດຂຶ້ນໃນວັນທີ 5 ທັນວາ 2019 ທີ່ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາພັນ ພົມມະທັດ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ພ້ອມດ້ວຍບັນດາພະນັກງານກະຊວງອ້ອມຂ້າງ ແລະ ນ້ອງນັກຮຽນເຂົ້າຮ່ວມກວ່າ 250 ຄົນ.

ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວວ່າ: ເວທີສົນທະນານີ້ແມ່ນຈັດຂຶ້ນເນື່ອງໃນວັນທີ 2 ທັນວາ ຄົບຮອບ 44 ປີ ເຊິ່ງເປັນການສົນທະນາກ່ຽວກັບມູນເຊື້ອຂອງຊາດລາວທີ່ໄດ້ສືບທອດມູນເຊື້ອອົງອາດກ້າຫານຂອງບັນພະບຸລຸດ ແລະ ປະຊາຊົນບັນດາເຜົ່າ ພາຍໃຕ້ການນໍາພາຂອງ ພັກປະຊາຊົນ ປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຕ້ານການຮຸກຮານ,  ການຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ຫາ 2 ທັນວາ 2019 ບັນຈົບຄົບຮອບ 44 ປີ.

ນອກຈາກນີ້, ເວທີສົນທະນາຍັງໄດ້ຍົກເອົາຫຼາຍບັນຫາສໍາຄັນທີ່ເປັນພື້ນຖານຂອງຊາວໜຸ່ມ ເຊັ່ນ: ບັນຫາການສຶກສາ – ວຽກເຮັດງານທໍາ, ບັນຫາອຸບັດເຫດເທິງທ້ອງຖະໜົນ, ບັນຫາຢາເສບຕິດ ແລະ ບັນຫາການນໍາໃຊ້ສື່ສັງຄົມອອນລາຍຂອງຊາວໜຸ່ມ ທີ່ມີລັກສະນະຄວາມເປັນຈິງ ແລະ ວິທະຍາສາດສູງ, ຊາວໜຸ່ມໃນຖານະເປັນຮຸ່ນຜູ້ສືບທອດຈຶ່ງເປັນຜູ້ແບກຫາບພາລະກໍາ ແລະ ພາລະກິດຂອງປະຫວັດສາດ ຈຶ່ງຕ້ອງໄດ້ນໍາເອົາເນື້ອໃນຈິດໃຈທິດຊີ້ນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກອອກຜົນ ໂດຍໄດ້ນໍາພາຊາວໜຸ່ມປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ກ້າວຂຶ້ນຕາມທິດສັງຄົມນິຍົມເທື່ອລະກ້າວຢ່າງບໍ່ຢຸດຢັ້ງ.

( ຂ່າວ: ທິບອຸສາ )