ຫຼັກຊັບລາວຍັງບໍ່ທັນເຂັ້ມແຂງບໍ່ເຂົ້າເຖິງທ້ອງຖິ່ນ

64

ເປັນເວລາເກືອບ 10 ປີ ທີ່ຕະຫຼາດຫຼັກຊັບລາວ ເປີດໂອກາດໃຫ້ບັນດາຫົວໜ່ວຍທຸລະກິດເຂົ້າຈົດທະບຽນເພື່ອລະດົມທຶນ ເຊິ່ງເປັນຊ່ອງທາງໃໝ່ໃນການເຂົ້າຫາແຫຼ່ງທຶນຂອງບັນດາຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນ, ແຕ່ເຫັນວ່າຕະຫຼາດຫຼັກຊັບລາວຍັງບໍ່ທັນເຂັ້ມແຂງ, ຍັງມີບາງດ້ານບໍ່ສອດຄ່ອງກັບສະພາບຕົວຈິງຕໍ່ກັບສະພາບການຂະຫຍາຍຕົວຂອງຫຼັກຊັບ ໂດຍມີພຽງ 11 ບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບລາວເທົ່ານັ້ນຈຶ່ງບໍ່ສາມາດເຂົ້າເຖິງທ້ອງຖິ່ນ, ໃນຂະນະທີ່ນິຕິກຳກໍຍັງບໍ່ທັນຮັດກຸມ ເຮັດໃຫ້ຜູ້ສົນໃຈຊື້ຫຸ້ນມີຄວາມຫຍຸ້ງຍາກໃນການກຽມຄວາມພ້ອມ.

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 3 ທັນວາຜ່ານມາ, ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາຫຼັກຊັບລາວບໍ່ສາມາດເຂົ້າເຖິງທ້ອງຖິ່ນ ເຊິ່ງຫຼັກຊັບຖືເປັນເສົາຄໍ້າເສດຖະກິດໜຶ່ງທີ່ມີຄວາມສຳຄັນທີ່ສຸດສຳລັບການພັດທະນາເສດຖະກິດ – ສັງຄົມໃນຍຸກໃໝ່.

ທ່ານ ສອນໄຊ ສິດພະໄຊ ໄດ້ກ່າວວ່າ: ສາເຫດທີ່ເຮັດໃຫ້ຫຼັກຊັບລາວບໍ່ສາມາດເຂົ້າເຖິງທ້ອງຖິ່ນໃນການລະດົມທຶນເພື່ອການພັດທະນາເສດຖະກິດ ແມ່ນຍ້ອນວ່າບາງວຽກງານ ແລະ ບາງດ້ານຂອງຫຼັກຊັບລາວ ເປັນຕົ້ນແມ່ນໃນທາງພຶດຕິກຳ ແລະ ນິຕິກຳຍັງບໍ່ທັນຄ່ອງຕົວ, ກົດໝາຍຍັງບໍ່ຊັດເຈນ, ບໍ່ຮັດກຸມ ແລະ ບໍ່ແທດເໝາະກັບສະພາບການຂະຫຍາຍຕົວຂອງວຽກງານຕະຫຼາດຫຼັກຊັບ ເປັນຕົ້ນ ບົດບັນຍັດການຂາຍຫຸ້ນ ແລະ ຫຸ້ນກູ້ຍັງບໍ່ຈະແຈ້ງ, ເຮັດໃຫ້ຜູ້ສົນໃຈຊື້ຫຸ້ນມີຄວາມຫຍຸ້ງຍາກໃນການກຽມພ້ອມ, ການຄຸ້ມຄອງບໍລິຫານຂອງບໍລິສັດຂາຍຫຼັກຊັບ ແລະ ຈົດທະບຽນບໍ່ທັນຊັດເຈນ; ເນື້ອໃນກ່ຽວກັບກອງທຶນເພື່ອການລົງທຶນຍັງບໍ່ທັນຄົບຖ້ວນ ສະເພາະການລົງທຶນກໍ່ສ້າງໂຄງລ່າງພື້ນຖານ; ບົດບັນຍັດການຊື້ – ຂາຍຫຼັກຊັບຍັງຂາດຄວາມຍຸຕິທຳ ໂດຍສະເພາະແມ່ນການປັ່ນຕະຫຼາດ, ການນຳໃຊ້ຂໍ້ມູນເພື່ອຊື້ – ຂາຍ, ການຍຸຍົງໃຫ້ຕັດສິນຊື້ – ຂາຍ; ການລາຍງານເປີດເຜີຍຂໍ້ມູນ ແລະ ການເກັບຮັກສາຂໍ້ມູນຍັງບໍ່ລະອຽດ; ການສືບສວນ – ສອບສວນຍັງບໍ່ທັນຮັດກຸມ.

ນອກນັ້ນ, ການກຳນົດສະຖາບັນສື່ກາງຍັງບໍ່ທັນຄົບຖ້ວນ ໂດຍສະເພາະແມ່ນບໍລິສັດປະເມີນມູນຄ່າຊັບສິນ, ລຳດັບ ຄວາມໜ້າເຊື່ອຖື ແລະ ຕົວແທນຖືຫຸ້ນ ລວມທັງການເຄື່ອນໄຫວຂອງຫຼັກຊັບບໍ່ທັນຄ່ອງຕົວເທົ່າທີ່ຄວນ ຍັງມີລັກສະນະກວມລວມ ແລະ ຂາດປະສິດທິພາບ.

ສິ່ງດັ່ງກ່າວນັ້ນເປັນຕົວຖ່ວງດຶງການຂະຫຍາຍຕົວຂອງຫຼັກຊັບລາວ, ເຮັດໃຫ້ບັນດາບໍລິສັດທີ່ໄດ້ຈົດທະບຽນໃນຕະຫຼາດຫຼັກຊັບລາວ ບໍ່ມີຄວາມເຂັ້ມແຂງທາງດ້ານການເງິນພໍ ເຮັດໃຫ້ບັນດາຫົວໜ່ວຍທຸລະກິດອື່ນໆທັງພາກລັດ – ເອກະຊົນ, ບຸກຄົນ ແລະ ນິຕິບຸກຄົນຍັງບໍ່ທັນເຊື່ອໝັ້ນຕໍ່ບັນດາວິສາຫະກິດດັ່ງກ່າວ ຈຶ່ງເຮັດໃຫ້ຫຼັກຊັບລາວຂະຫຍາຍຕົວຊ້າ ແລະ ບໍ່ສາມາດເຂົ້າເຖິງທ້ອງຖິ່ນໄດ້.

( ຂ່າວ: ກາວຊົ່ງ; ຮູບ: ສອນໄຊ )