ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ

248

ໃນຕອນເຊົ້າ ຂອງວັນທີ 6 ທັນວາ 2019 ທີ່ ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ຫງວຽນ ຫງອກ ຖຽນ ລັດຖະມົນຕີ ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສ ປປລາວ.

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້, ໂດຍສະເພາະແມ່ນ ການເຮັດວຽກຮ່ວມກັບການນຳ ຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ, ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນ ແລະ ການຮ່ວມມືອັນດີງາມ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ຈະເລີນງອກງາມ ຢ່າງບໍ່ຢຸດຢັ້ງ ເວົ້າລວມ, ເວົ້າສະເພາະ ແມ່ນການພົວພັນຮ່ວມມື ໃນຂົງເຂດວຽກງານການທ່ອງທ່ຽວ, ວັດທະນະທຳ ແລະ ກິລາ ໃຫ້ນັບມື້ແໜ້ນແຟ້ນ ແລະ ຂະຫຍາຍຕົວ ທັງລວງເລິກ ແລະ ລວງກວ້າງ ຢ່າງຕໍ່ເນື່ອງ.

ພ້ອມດຽວກັນນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຕີລາຄາສູງ ຕໍ່ທ່າແຮງ, ບົດຮຽນ ແລະ ຜົນສຳເລັດ ໃນການຈັດຕັ້ງປະຕິບັດວຽກງານການທ່ອງທ່ຽວ ທີ່ນັບມື້ນັບຂະຫຍາຍຕົວ, ການປົກປັກຮັກສາຮີດຄອງປະເພນີ ແລະ ມູນເຊື້ອອັນດີງາມ ຂອງ ສສ ຫວຽດນາມ ໃນຊຸມປີທີ່ຜ່ານມາ. ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ກ່າວຂອບໃຈ ຜ່ານທ່ານ ຫງວຽນ ຫງອກ ຖຽນ ໄປຍັງທ່ານ ນາຍົກລັດຖະມົນຕີ ກໍ່ຄື ລັດຖະບານ ແຫ່ງ ສສ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສ້າງໂຮງຮຽນສິລະປະດົນຕີ, ລວມທັງ ໃຫ້ການປຶກສາຫາລື, ແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆ ໃນຂົງເຂດວຽກງານວັດທະນະທຳ, ກິລາ, ການທ່ອງທ່ຽວ ແລະ ອື່ນໆ ໃຫ້ແກ່ຝ່າຍ ສປປ ລາວ. ນອກຈາກນີ້, ທ່ານ ນາຍົກລັດຖະມົນຕີ ຍັງສະເໜີໃຫ້ຝ່າຍຫວຽດນາມ ສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ຕື່ມອີກ ໂດຍສະເພາະ ການສະເໜີປ່າສະຫງວນແຫ່ງຊາດ ຫີນໜາມໜໍໍ່ ເປັນມໍລະດົກໂລກ ໃຫ້ໄວຂຶ້ນ, ການສ້າງເງື່ອນໄຂໃຫ້ນັກທ່ອງທ່ຽວ ມາທ່ອງທ່ຽວ ສປປ ລາວ ຫຼາຍຂຶ້ນ, ການພັດທະນາວຽກງານກິລາ ແລະ ອື່ນໆ.

ໃນໂອກາດດຽວກັນ, ທ່ານ ຫງວຽນ ຫງອກ ຖຽນ ກໍ່ໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈ ມາຍັງ ທ່ານ ນາຍົກລັດຖະມົນຕີ ທີ່ໄດ້ເສຍສະຫຼະເວລາ ໃຫ້ການຕ້ອນຮັບ ໃນຄັ້ງນີ້, ພ້ອມທັງ ລາຍງານໃຫ້ຊາບຕື່ມ ກ່ຽວກັບຜົນສຳເລັດອັນພົ້ນເດັ່ນ ໃນການຈັດຕັ້ງປະຕິບັດວຽກງານການທ່ອງທ່ຽວ, ວຽກງານດ້ານວັດທະນະທຳ ແລະ ວຽກງານກິລາ ຂອງ ສສ ຫວຽດນາມ ໃນຊຸມປີຜ່ານມາ ລວມທັງ ການເປີດນຳໃຊ້ສຳນັກງານໃໝ່ ສູນວັດທະນະທຳຫວຽດນາມ ປະຈຳ ສປປ ລາວ ແລະ ຜົນສຳເລັດ ໃນການເຄື່ອນໄຫວເຮັດວຽກ ຮ່ວມກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໃນຄັ້ງນີ້.

ຫຼັງຈາກນັ້ນ ໃນຕອນບ່າຍ ຈະໄດ້ເຂົ້າຮ່ວມເຮັດວຽກນຳກະຊວງສຶກສາ ແລະ ກິລາ ຂອງ ສປປ ລາວ ກ່ອນ ຈະເດີນທາງກັບ ເພື່ອກະກຽມເຂົ້າຮ່ວມພິທີປິດກິລາຊີເກມ ຄັ້ງທີ 30 ທີ່ປະເທດຟີລິປິນ ແລະ ພິທີມອບ-ຮັບ ໃຫ້ ສສ ຫວຽດນາມ ເປັນເຈົ້າພາບກິລາຊີເກມ ຄັ້ງຕໍ່ໄປ ໃນປີ 2021.

ພາບ-ຂ່າວ: ຫສນຍ