ໄດ້ແລ້ວ ນາງສາວລາວ 2019 ວິນະດາ ພິສາລາດ ສາວງາມຈາກຫຼວງພະບາງ

289

ຂໍສະແດງຄວາມຍິນດີກັບໝາຍເລກ ML20 ໄດ້ເປັນນາງສາວລາວ 2019 ກັບການລໍຄອຍມື້ປະກາດຜົນ ກໍຄືຮອບຕັດສິນ ເວທີປະກວດນາງສາວລາວ 2019 ໃນວັນທີ 7 ທັນວານີ້ ທີ່ສູນກາງຄ້າລາວ-ໄອເຕັກ  ນະຄອນຫຼວງວຽງຈັນ.

ເຊິ່ງຜູ້ທີ່ໄດ້ຮັບລາງວັນນາງສາວລາວປະຈໍາປີ 2019 ໄດ້ແກ່ໝາຍເລກ20 ນາງສາວ ວິນະດາ ພິສາລາດ ອາຍຸ21 ປີ ຕົວແທນແຂວງຫຼວງພະບາງ ນັກສຶກສາ ທີ່ມະຫາວິທະຍາໄລແຫ່ງຊາດ ຄະນະອັກສອນສາດ ພາກພາສາຝຣັ່ງ ປີ4

ຮອງອັນດັບ 1 ໄດ້ແກ່ ໝາຍເລກ23 ໂຈ່ແອ້ນ ໂພທິວັດ ອາຍຸ21ປີ ຕົວແທນນະຄອນຫຼວງວຽງຈັນ ຈົບການສຶກສາປະລິນຍາຕີ ຈາກມະຫາວິທະຍາໄລແຫ່ງຊາດ ຄະນະນິຕິສາດ ແລະ ລັດຖະສາດ.

ຮອງອັນດັບ 2 ແມ່ນ ໝາຍເລກ ML22 ສຸດາວອນ ປັດພັນສາ ອາຍຸ21 ປີ ຕົວແທນແຂວງຈຳປາສັກ

ຮອງອັນດັບ 3 ແມ່ນໝາຍເລກ ML 4 ພອນສະນິດ ລັດຕະນະສັກ ອາຍຸ21 ປີ ຕົວແທນແຂວງອຸດົມໄຊ

ຮອງອັບດັບ 4 ແມ່ນໝາຍເລກ ML 2 ບຸດດາວ ຈັນດາລີ