ຫວຽດນາມ ໂຄຈອນພົບກັບ ອິນໂດເນເຊຍ ໃນຮອບຊີງຫຼຽນຄໍາ ບານເຕະຊີເກມ

126

ການແຂ່ງຂັນເຕະບານຊາຍ ໃນງານມະຫາກຳກິລາຊີເກມ ຄັ້ງທີ 30 ທີ່ປະເທດຟີລິບປິນ ໃນວັນທີ 7 ທັນວານີ້ ເປັນຮອບ 4 ທີ່ສະໜາມ Rizal Memorial ໃນນະຄອນຫລວງມານິລາ.

ຄູ່ທໍາອິດແຂ່ງຂັນເວລາ 15:00 ໂມງ ທີມຊາດອິນໂດເນເຊຍ ເອົາຊະນະ ມຽນມາ ໄປ 4-2 ໃນການຕໍ່ເວລາພິເສດ

ສ່ວນຄູ່ທີ 2 ແຂ່ງຂັນເວລາ 15:00 ໂມງ ຫວຽດນາມ ເອົາຊະນະ ກໍາປູເຈຍ ໄປຂາດລອຍ 4-0

ເຮັດໃຫ້ ອິນໂດເນເຊຍ ໂຄຈອນມາພົບກັບ ຫວຽດນາມ ໃນຮອບຊີງຊະນະເລີດ ໂດຍຈະແຂ່ງຂັນໃນວັນທີ 10 ທັນວາ 2019 ເວລາ 19:00 ໂມງ, ສ່ວນ ກໍາປູເຈຍ ໄປພົບກັບ ມຽນມາໃນຮອບຊີງອັນດັບ 3 ໃນເວລາ 15:00 ໂມງ.

ຮູບຈາກ: AP