6 ທ່ານ ໄດ້ຄະແນນດີເລີດ ຜົນການໃຫ້ຄະແນນຂອງສະມາຊິກສະພາແຫ່ງຊາດ

321

ດັ່ງທີ່ຂ່າວເສດຖະກິດ-ການຄ້າໄດ້ນຳສະເໜີຂ່າວໃນວັນທີ 4 ທັນວາ 2019 ກ່ຽວກັບການໃຫ້ຄະແນນປະເມີນຜົນການປະຕິບັດໜ້າທີ່ຂອງຜູ້ດຳລົງຕຳແໜ່ງທີ່ສະພາແຫ່ງຊາດແຕ່ງຕັ້ງ ແລະ ຮັບຮອງການແຕ່ງຕັ້ງຈຳນວນ 69 ທ່ານ.

ມາໃນຄາບບ່າຍຂອງວັນທີ 6 ທັນວາ 2019 ເຊິ່ງເປັນວາລະສຸດທ້າຍຂອງກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ລາຍງານຜົນການປະເມີນຕໍ່ທີ່ປະຊຸມກ່ອນຈະແຈ້ງຕໍ່ພາກສ່ວນກ່ຽວຂ້ອງ ແລະ ຜູ້ຖືກປະເມີນ.

ທ່ານນາງ ສວນສະຫວັນ ວິຍະເກດ ຫົວໜ້າກອງເລຂານຸການກອງປະຊຸມສະໄໝສາມັນເທື່ອທີ8 ຂອງສະພາແຫ່ງຊາດຊຸດທີ VIII ກ່າວວ່າ: ການໃຫ້ຄະແນນປະເມີນດັ່ງກ່າວນັ້ນ ສະມາຊິກສະພາແຫ່ງຊາດຈຳນວນ 133 ທ່ານໄດ້ເຫັນດີຕົກລົງໃຫ້ຄະແນນສຽງ ເພື່ອປະເມີນຜົນຕໍ່ບຸກຄະລາກອນທີ່ດຳລົງຕຳແໜ່ງທີ່ສະພາແຫ່ງຊາດແຕ່ງຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງຈຳນວນ 69 ທ່ານ ແລະໄດ້ຈັດຕັ້ງເປັນ 3 ພາກສ່ວນຄືສະພາແຫ່ງຊາດ; ສຳນັກງານປະທານປະເທດ-ລັດຖະບານ;  ອົງການກວດສອບແຫ່ງລັດ, ອົງການໄອຍະການປະຊາຊົນສູງສຸດ ແລະສານປະຊາຊົນສູງສຸດ.

ບຸກຄະລາກອນທີ່ດຳລົງຕຳແໜ່ງທີ່ສະພາແຫ່ງຊາດແຕ່ງຕັ້ງ ແລະຮັບຮອງເອົາການແຕ່ງຕັ້ງຈຳນວນ 69 ທ່ານນັ້ນແມ່ນ ຢູ່ສະພາແຫ່ງຊາດຈຳນວນ 30 ທ່ານ, ສຳນັກງານປະທານປະເທດ 2 ທ່ານ, ລັດຖະບານ 26 ທ່ານ, ອົງການກວດສອບແຫ່ງລັດ 1 ທ່ານ, ອົງການໄອຍະການປະຊາຊົນສູງສຸດ 1 ທ່ານ ແລະ ສານປະຊາຊົນສູງສຸດ 9 ທ່ານ.

ຜົນການຮັບຮອງເອົາການປະເມີນຂອງສະພາແຫ່ງຊາດ ຕໍ່ແຕ່ລະທ່ານແຕ່ລະປະເພດມີດັ່ງນີ້: ສະພາແຫ່ງຊາດໄດ້ຄະແນນດີເລີດ 3 ທ່ານ, ດີ 27 ທ່ານ; ສຳນັກງານປະທານປະເທດ-ລັດຖະບານ ດີເລີດ 3 ທ່ານ, ດີ 25 ທ່ານ; ອົງການກວດສອບແຫ່ງລັດ, ອົງການໄອຍະການ ແລະສານປະຊາຊົນສູງສຸດ ປະເພດດີມີຈຳນວນ 11 ທ່ານ.

ທ່ານ ພົທ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດລາຍງານວ່າ: ເນື້ອໃນ ແລະ ເງື່ອນໄຂມາດຖານໃນການປະເມີນຜົນ ທີ່ໄດ້ກຳນົດໃນມະຕິສະບັບເລກທີ 104/ຄປຈ, ລົງວັນທີ 21/6/2019 ຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການປະເມີນຜົນ ເຊິ່ງປະກອບມີ 3 ເນື້ອໃນ:
ໜຶ່ງແມ່ນຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ປະກອບມີ ຄວາມຊື່ສັດບໍລິສຸດຕໍ່ປະເທດຊາດ ຕໍ່ປະຊາຊົນ ຕໍ່ລະບອບປະຊາທິປະໄຕ ປະຊາຊົນ, ຄວາມເປັນແບບຢ່າງໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດໃນການດຳລົງຊີວິດ.

ສອງແມ່ນຄວາມຮູ້ຄວາມສາມາດ ແລະ ປະສົບການ ປະກອບດ້ວຍມີຄວາມຮູ້ໃນວຽກງານທີ່ຕົນຮັບຜິດຊອບ, ມີຄວາມສາມາດໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ ແຜນພັດທະນາລວມຂອງພັກ – ລັດຖະບານ – ສະພາແຫ່ງຊາດ ເປັນແຜນການວຽກງານອັນລະອຽດທີ່ຕົນຮັບຜິດຊອບ, ມີປະສົບການໃນການຈັດຕັ້ງປະຕິບັດວຽກງານຕົວຈິງ.

ສາມ ແມ່ນຜົນສຳເລັດຕົວຈິງໃນການປະຕິບັດໜ້າທີ່ ປະກອບມີການປະຕິບັດໜ້າທີ່ບັນລຸຄາດໝາຍຕາມແຜນການທີ່ໄດ້ກຳນົດໄວ້ ຢູ່ໃນຂະແໜງການທີ່ຕົນເອງຮັບຜິດຊອບຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ສຳເລັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໂດຍກົງຈາກການຈັດຕັ້ງຂັ້ນເທິງ.

ກ່ຽວກັບການໃຫ້ຄະແນນປະເມີນການປະຕິບັດໜ້າທີ່ໃຫ້ຂອງບຸກຄະລາກອນດັ່ງກ່າວແມ່ນສະພາແຫ່ງຊາດໄດ້ມີທິດຊີ້ນຳໃຫ້ ຄະນະປະຈຳສະພາແຫ່ງຊາດແຈ້ງຜົນການໃຫ້ຄະແນນປະເມີນໃຫ້ແຕ່ລະອົງການທີ່ກ່ຽວຂ້ອງ ແລະ ສະເພາະແຕ່ລະທ່ານຊາບ ແລະໃຫ້ຄະນະປະຈຳສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ສືບຕໍ່ການຕິດຕາມກວດກາການປະຕິບັດໜ້າທີ່ການເມືອງ ຂອງບຸກຄະລາກອນທີ່ດຳລົງຕຳແໜ່ງທີ່ສະພາແຫ່ງຊາດແຕ່ງຕັ້ງ ແລະ ຮັບຮອງການແຕ່ງຕັ້ງຕາມພາລະບົດບາດທີ່ກຳນົດໄວ້ໃນກົດໝາຍຕໍ່ໄປ.

ຜົນການລົງຄະແນນສຽງຮັບຮອງເອົາມະຕິການໃຫ້ຄະແນນປະເມີນຜົນການປະຕິບັດໜ້າທີ່ຂອງບຸກຄະລາກອນທີ່ສະພາແຫ່ງຊາດແຕ່ງຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ ຂອງສະມາຊິກສະພາແຫ່ງ 127 ທ່ານທີ່ມີໜ້າ ເຫັນດີຮັບຮອງເອົາ 123 ທ່ານ ກວມເອົາ 96,85%, ບໍ່ເຫັນດີ 4 ທ່ານກວມເອົາ 3,15%.