ເປີດສາກບານເຕະເຍົາວະຊົນ ທົ່ວປະເທດ ແລະ ງານບຸນເດັກນ້ອຍປະຈໍາປີ 2019 ພິເສດມີທີມ ເກົາຫຼີ 1 ທີມ

298

ການແຂ່ງຂນບານເຕະເຍົາວະຊົນທົ່ວປະເທດ ຮຸ່ນອາຍຸບໍ່ເກີນ 12 ປີ ແລະ ງານບຸນເດັກນ້ອຍປະຈໍາປີ 2019 ເປີດສາກຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 6 ທັນວາ 2019 ທີ່ສະໜາມເຈົ້າອະນຸວົງ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໃຫ້ກຽດກ່າວເປີດການແຂ່ງຂັນຢ່າງເປັນທາງການ ພ້ອມດ້ວຍຄະນະ, ຄູຝຶກ, ນັກກີລາ ຈາກ 18 ພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ກ່າວເປີດວ່າ: ຂ້າພະເຈົ້າຕີລາຄາສູງຕໍ່ການຮ່ວມມືລະຫວ່າງ ລັດຖະບານທັງສອງປະເທດ ສປປ ລາວ ແລະ ສ ເກົາຫຼີ, ເວົ້າລວມເວົ້າສະເພາະ ກົມພະລະ ແລະ ສີລະປະສຶກສາ ກະຊວງສຶກສາທິການ ແລະ ກີລາ ທີ່ໄດ້ຫ້າງຫາກະກຽມ ແລະ ຈັດງານດັ່ງກ່າວຂຶ້ນໄດ້ຕາມກໍານົດເວລາທີ່ວາງໄວ້, ເຊິ່ງກິດຈະກໍາໃນມື້ນີ້ມີມິດໝາຍຄວາມສາມັກຄີ ແລະ ເປັນປະໂຫຍດຫຼາຍຕໍ່ກັບເຍົາວະຊົນລາວ ໂດຍສະເພາະການພັດທະນາ ແລະ ການສະແດງອອກທາງດ້ານພອນສະຫວັນໃນການຫຼິ້ນກີລາ ພ້ອມດຽວກັນນັ້ນກໍເປັນການສ້າງຄວາມສາມັກຄີຮັກແພງລະຫວ່າງນັກກີລາດ້ວຍກັນ ໂດຍຜ່ານກີລາບານເຕະ, ກີລາເພື່ອສຸຂະພາບ, ມິດຕະພາບ ແລະ ເພື່ອການພັດທະນາ.

ສໍາລັບ ການແຂ່ງຂັນລາຍການນີ້ຈະດໍາເນີນໄປ 2 ມື້ລະຫວ່າງວັນທີ 6-7 ທັນວາ 2019 ໂດຍມີ 18 ທີມເຂົ້າຮ່ວມແຂ່ງຂັນຄື: ແຂວງຄໍາມ່ວນ, ຈໍາປາສັກ, ສະຫວັນນະເຂດ, ສາລະວັນ, ໄຊຍະບູລີ, ຊຽງຂວາງ, ເຊກອງ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ບໍ່ແກ້ວ, ຜົ້ງສາລີ, ວຽງຈັນ, ຫຼວງພະບາງ, ຫົວພັນ, ອັດຕະປື, ອຸດົມໄຊ ແລະ ທີມຈາກ ສ ເກົາຫຼີ.