ຊົມເຊີຍ! ພະນັກງານກະຊວງ ກວຕ 60 ສະຫາຍ ໄດ້ຮັບບັດສະມາຊິກພັກສົມບູນ

158

ໃນຕອນເຊົ້າຂອງວັນທີ 04 ທັນວາ 2019 ຜ່ານມາ, ອົງຄະນະພັກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ຈັດພິທີມອບບັດສະມາຊິກພັກສົມບູນ ຊຸດທີ VIII ໃຫ້ແກ່ສະມາຊິກພັກສົມບູນພາຍໃນ ກວຕ ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ມອບໂດຍ ສະຫາຍ ບຸນຕີ ທະມິດ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກວຕ ທີ່ຫ້ອງປະຊຸມໃຫຍ່ ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ.

ໃນພິທີ ສະຫາຍ ບຸນປອນ ບົວແພງ, ເລຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະພັກ ກວຕ ວ່າດ້ວຍການອອກບັດ-ມອບບັດສະມາຊິກພັກໃຫ້ສະມາຊິກພັກສົມບູນ ຊຸດທີ VIII ຈຳນວນ 60 ສະຫາຍ, ຍິງ 30 ສະຫາຍ.

ຈາກນັ້ນ, ສະຫາຍກໍ່ໄດ້ຍ້ອງຍໍຊົມເຊີຍ ບັນດາໜ່ວຍພັກ ແລະ ບັນດາສະມາຊິກພັກທີ່ໄດ້ຮັບບັດໃນຄັ້ງນີ້ ຊຶ່ງລ້ວນແລ້ວແຕ່ເປັນສະມາຊິກ ທີ່ມີຄຸນທາດການເມືອງທີ່ໜັກແໜ້ນ, ສົມເປັນສະມາຊິກພັກປະຊາຊົນປະຕິວັດລາວ ແລະ ເປັນຫຼັກແຫຼ່ງແກ່ນສານຂອງອົງຄະນະພັກ ກວຕ ເຊິ່ງມັນໄດ້ຢັ້ງຢືນໃຫ້ເຫັນສະມາຊິກຮຸ່ນສືບທອດ ແລະ ເປັນນັກວິທະຍາສາດຢູ່ໃນ ກວຕ.

ພ້ອມນັ້ນ, ສະຫາຍ ຍັງໄດ້ເນັ້ນໃຫ້ບັນດາສະມາຊິກພັກຈະຕ້ອງໄດ້ສ້າງຕົນເອງເພື່ອບຸກບືນເຮັດວຽກຕາມພາລະໜ້າທີ່ທີ່ຖືກມອບໝາຍໃຫ້ໄດ້ຮັບໝາກຜົນອັນສຳເລັດ ແລະ ສືບທອດພາລະກິດປະຕິວັດ ໃຫ້ສົມເປັນສະມາຊິກປະຕິວັດລາວ ທີ່ເດີນຕາມແນວທາງຂອງບັນດາສະມາຊິກພັກຮຸ່ນອາວຸໂສທີ່ເສຍສະຫຼະເລືອດເນື້ອເພື່ອປົກປັກຮັກສາປະເທດຊາດ.

ທັງສຸມໃສ່ໃນການປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ເຊິ່ງນັບມື້ນັບມີຄວາມຮຽກຮ້ອງຕ້ອງການເພື່ອນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າສູ່ການຜະລິດ ແລະ ການສ້າງສາພັດທະນາປະເທດຊາດ.

ທີ່ມາ: ໜັງສືພິມ ວິທະຍາສາດ ແລະ ການພັດທະນາ