ທຫລ ຍົກລະດັບມາດຕະຖານສາກົນ ດ້ານການລາຍງານການເງິນ

249

ກົມບັນຊີ ແລະ ການເງິນ ແລະ ກົມຄຸ້ມຄອງທະນາຄານທຸລະກິດ ທະນາຄານ ແຫ່ງ ສປປ ລາວ ( ທຫລ ) ຮ່ວມກັບສາຂາທະນາຄານກະສິກອນໄທ ຈຳກັດ ສາຂານະຄອນຫຼວງວຽງຈັນ ໄດ້ຈັດສຳມະນາກ່ຽວກັບ “ ມາດຕະຖານສາກົນດ້ານການລາຍງານການເງິນ IFRS, ມາດຕະຖານ BASEL II ” ໃນວັນທີ 4 ທັນວາ 2019 ທີ່ ທຫລ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຫົວໜ້າກົມບັນຊີ ແລະ ການເງິນ, ມີ ທ່ານ ຈະຕຸພອນ ບຸຊະຍະອັງກູນ ຜູ້ຈັດການສາຂາທະນາຄານ ກະສິກອນໄທ ຈຳກັດ ສາຂານະຄອນຫຼວງວຽງຈັນ ພ້ອມດ້ວຍນັກວິທະຍາກອນ ແລະ ບັນດາພະນັກງານຈາກກົມ – ທຽບເທົ່າກົມກ່ຽວຂ້ອງເຂົ້າຮ່ວມ.

ການສຳມະນາຄັ້ງນີ້ ໄດ້ລົງເລິກກ່ຽວກັບມາດຕະຖານສາກົນ ດ້ານການລາຍງານການເງິນ ( IFRS9 ) ປຽບທຽບ ຄວາມແຕກຕ່າງ ແລະ ວິທີການຄໍານວນ; ແນວທາງການກຽມຄວາມພ້ອມ; ຜົນກະທົບທີ່ເກີດຂຶ້ນ ແລະ ຂໍ້ຄວນລະມັດລະວັງໃນການນໍາໃຊ້ມາດຕະຖານໃໝ່; ລາຍລະອຽດມາດຕະຖານບັນຊີສາກົນ ( IAS12 ) ອາກອນລາຍໄດ້; ລາຍລະອຽດມາດຕະຖານບັນຊີສາກົນ ( IAS19 ) ຜົນປະໂຫຍດຂອງພະນັກງານ; ຫຼັກເກນຂອງ BASEL II ແລະ BASEL III ແລະ ຄວາມຮູ້ທີ່ຕິດພັນກັບວຽກງານບັນຊີ ແລະ ການເງິນ.

ມາດຕະຖານສາກົນດ້ານການລາຍງານການເງິນ IFRS ເປັນມາດຕະຖານການລາຍງານການເງິນເປັນທີ່ຍອມຮັບຂອງສາກົນ ເຊິ່ງມີບົດບາດສໍາຄັນຕໍ່ກັບການຈັດຕັ້ງປະຕິບັດວຽກງານບັນຊີ ໂດຍສະເພາະວຽກງານບັນຊີໃນຂົງເຂດຂະແໜງການທະນາຄານ ເພື່ອເຮັດໃຫ້ເອກະສານລາຍງານການເງິນມີປະສິດທິພາບ, ຮັບປະກັນຄວາມໜ້າເຊື່ອຖື ແລະ ສາມາດປະຕິບັດໄດ້, ສໍາລັບຢູ່ ສປປ ລາວ ໃນປີ 2013 ກົດໝາຍວ່າດ້ວຍການບັນຊີ ( ສະບັບປັບປຸງ ) ໄດ້ກໍານົດໃຫ້ວິສາຫະກິດທີ່ຮັບໃຊ້ຜົນປະໂຫຍດສາທາລະນະ ເຊັ່ນ: ທະນາຄານ ແລະ ສະຖາບັນການເງິນ ຕ້ອງປະຕິບັດຕາມມາດຕະຖານສາກົນດ້ານການລາຍງານການເງິນ IFRS ເຊິ່ງໃນປັດຈຸບັນ ກົມບັນຊີ ແລະ ການເງິນ ສາມາດສັງລວມເນື້ອໃນໂດຍຫຍໍ້ຂອງມາດຕະຖານສາກົນດ້ານການລາຍງານການເງິນ IFRS ທີ່ຕິດພັນກັບຂະແໜງການທະນາຄານເປັນສະບັບພາສາລາວ ໄດ້ 16 ມາດຕະຖານທີ່ເປັນຄູ່ມືພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດວຽກງານການບັນຊີຂອງຂະແໜງການທະນາຄານ ພ້ອມທັງຄົ້ນຄວ້າ, ຜັນຂະຫຍາຍເພື່ອໝູນໃຊ້ມາດຕະຖານສາກົນດ້ານການລາຍງານການເງິນ IFRS ອອກເປັນບົດແນະນຳການຈັດຕັ້ງປະຕິບັດໄດ້ 11 ມາດຕະຖານ ເພື່ອເປັນລະບຽບການ ແລະ ເປັນບ່ອນອີງໃຫ້ທະນາຄານທຸລະກິດ ແລະ ສະຖາບັນການເງິນ.

ທ່ານຫົວໜ້າກົມບັນຊີ ແລະ ການເງິນ ໄດ້ເນັ້ນວ່າ: ການຄຸ້ມຄອງທະນາຄານທຸລະກິດ ເປັນວຽກງານທີ່ສຳຄັນ ແລະ ມີຄວາມທ້າທາຍ, ການຮັກສາຄວາມໝັ້ນຄົງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງລະບົບທະນາຄານ ໂດຍການຜັນຂະຫຍາຍແຜນແມ່ບົດໃນການຄຸ້ມຄອງທະນາຄານທຸລະກິດຕາມມາດຕະຖານບາເຊວ ໂດຍສະເພາະການກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດມາດຕະຖານ BASEL II ເພື່ອເຮັດໃຫ້ລະບົບທະນາຄານມີຄວາມໝັ້ນຄົງ, ເຂັ້ມແຂງ, ຍືນຍົງ ແລະ ທັນກັບສະພາບການຂະຫຍາຍຕົວຂອງຂະແໜງການທະນາຄານ ທັງໃຫ້ສາມາດເຊື່ອມໂຍງກັບພາກພື້ນ ແລະ ໃຫ້ຍັບເຂົ້າໃກ້ມາດຕະຖານສາກົນເທື່ອລະກ້າວ.

ຂ່າວ – ຮູບ: ຣັດສະໝີ ດວງສັດຈະ