ສສງ ເຊໂນ ຝຶກອົບຮົມຄວາມຮູ້ພື້ນຖານດ້ານການເງິນ ແລະ ການວາງແຜນທຸລະກິດໃຫ້ແກ່ສະມາຊິກ

163

ສະມາຄົມການເງິນຈຸລະພາກ ( ສມກຈ ) ຮ່ວມກັບ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດເຊໂນ ( ສສງ ເຊໂນ ) ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈັດຝຶກອົບຮົມໃນຫົວຂໍ້ “ ຄວາມຮູ້ພື້ນຖານທາງດ້ານການເງິນ ແລະ ການວາງແຜນທຸລະກິດຂະໜາດຄອບຄົວ ” ໃຫ້ແກ່ສະມາຊິກ 20 ກວ່າຄົນ, ຈຸດປະສົງກໍເພື່ອສ້າງຄວາມເຂົ້າໃຈເພີ່ມຕື່ມໃຫ້ແກ່ຜູ້ເຂົ້າຮ່ວມໄດ້ມີຄວາມຮູ້ທາງດ້ານການເງິນ ແລະ ຮູ້ວິທີການວາງແຜນທຸລະກິດຂອງຕົນ ເພື່ອນໍາໃຊ້ເຂົ້າໃນຊີວິດປະຈໍາວັນໃຫ້ມີປະສິດທິພາບສູງສຸດ.

ສໍາລັບການຝຶກອົບຮົມໃນຄັ້ງນີ້ປະກອບມີຫົວຂໍ້ທີ່ໜ້າສົນໃຈ ເປັນຕົ້ນແມ່ນ: ນິຍາມຂອງປະຊາສຶກສາທາງດ້ານການເງິນ ( ການບັນທຶກລາຍຮັບ – ລາຍຈ່າຍ, ສິ່ງຈໍາເປັນ ແລະ ສິ່ງບໍ່ຈໍາເປັນໃນໄລຍະສັ້ນ, ຄວາມຕ້ອງການໄລຍະຍາວ ); ວິທີສ້າງແຜນ; ກະແສເງິນສົດ; ການບໍລິຫານຄວາມສ່ຽງ; ການຂຽນແຜນທຸລະກິດ ( ວິໄສທັດ, ພາລະກິດ, ຫຼັກການ, ເປົ້າໝາຍ, ຜະລິດຕະພັນ, ລູກຄ້າ, ຄູ່ແຂ່ງ ແລະ ຊ່ອງທາງອື່ນໆ ). ນອກນັ້ນ, ຍັງມີການວິເຄາະສະພາບແວດລ້ອມ, ຍຸດທະສາດ, ສິນຄ້າ – ບໍລິການ ແລະ ລາຄາ, ຂັ້ນຕອນການຜະລິດ, ຄູ່ຮ່ວມທຸລະກິດ ຫຼື ຜູ້ສະໜັບສະໜູນ ແລະ ການປະຕິບັດຕົວຈິງ.

ການຝຶກອົບຮົມດັ່ງກ່າວດໍາເນີນໄປເປັນເວລາ 2 ວັນ ຄື: 4 – 5 ທັນວາ 2019 ພາຍໃຕ້ການສະໜັບສະໜູນຈາກອົງການອາດາ ແລະ UNCDF ໂດຍມີຄູຝຶກຂອງສະມາຄົມການເງິນຈຸລະພາກມາໃຫ້ຄວາມຮູ້ ເຊິ່ງໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຈັນຈິລາວົງ ສຸວັນນະວົງ ຜູ້ຈັດການ ສສງ ເຊໂນ ພ້ອມດ້ວຍສະມາຊິກເຂົ້າຮ່ວມ 20 ກວ່າຄົນ.

ຂ່າວ – ຮູບ: ສົມສະຫວິນ