ບໍລິສັດ ລຸນນະພາ ສຳປະທານຂຸດຄົ້ນ ແລະ ສ້າງຕັ້ງໂຮງງານຂົບຫີນ ຢູ່ເມືອງລະຄອນເພັງ

119

ໃນວັນທີ 4 ທັນວາຜ່ານມາ ຢູ່ພະແນກແຜນການ ແລະ ການລົງທຶນ ແຂວງສາລະວັນ ໄດ້ຈັດພິທີເຊັນສັນຍາເຊົ່າ – ສຳປະທານຂຸດຄົ້ນ ແລະ ສ້າງຕັ້ງໂຮງງານຂົບຫີນ ຢູ່ບ້ານເລີງນົກທາ ເມືອງລະຄອນເພັງ ລະຫວ່າງ ທ່ານ ບຸນເຮັ່ງ ໄຊຍະເສນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ກັບ ທ່ານ ບົວທອງ ໄຊປັນຍາສິດ ປະທານ ບໍລິສັດ ລຸນນະພາ ກຣຸບ ກໍ່ສ້າງຂົວ – ທາງ ຈຳກັດຜູ້ດຽວ ໂດຍການເຂົ້າຮ່ວມຂອງ ທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງສາລະວັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ບົວທອງ ໄຊປັນຍາສິດ ໃຫ້ຮູ້ວ່າ: ບໍລິສັດໄດ້ເລີ່ມສຳຫຼວດ ແລະ ຂຸດຄົ້ນຫີນຢູ່ເຂດບ້ານເລີງນົກທາ ເມືອງລະຄອນເພັງ ແຂວງສາລະວັນ ຈຳນວນ 4 ເຮັກຕາ ແຕ່ປີ 2018 ເປັນຕົ້ນມາ ເພື່ອຕອບສະໜອງໃຫ້ແກ່ໂຄງການກໍ່ສ້າງທາງດ່ວນ ເຊໂນ – ປາກເຊ ໄລຍະແຕ່ 4 ແຍກທາງເລກ 9 ເຊໂນ ແຂວງສະຫວັນນະເຂດ ຫາ 3 ແຍກບ້ານນາປົ່ງ ແຂວງສາລະວັນ ໄລຍະທາງທັງໝົດ 128 ກິໂລແມັດ, ນອກຈາກສະໜອງໃຫ້ແກ່ໂຄງການທາງດ່ວນແລ້ວຍັງຈະໄດ້ຈຳໜ່າຍທົ່ວໄປທັງພາຍໃນ ແລະ ຕ່າງປະເທດ, ກຳນົດໄລຍະເວລາສຳປະທານ 5 ປີ ນັບແຕ່ປີ 2018 – 2022 ມີມູນຄ່າການລົງທຶນທັງໝົດ 20 ຕື້ກວ່າກີບ, ໂຄງການດັ່ງກ່າວເປັນການລົງທຶນໃນຮູບແບບສຳປະທານ ໂດຍໄດ້ເສຍພັນທະໃຫ້ລັດຈຳນວນ 200 ໂດລາສະຫະລັດຕໍ່ປີ.

ແຂວງສາລະວັນ ໄດ້ຕົກລົງເຫັນດີອະນຸມັດໃຫ້ບໍລິສັດຂຸດຄົ້ນໃນເບື້ອງຕົ້ນ 4 ເຮັກຕາ, ສ່ວນບໍລິສັດແມ່ນມີຄວາມຕ້ອງການຈຳນວນ 20 – 40 ເຮັກຕາ ເປັນຕົ້ນ: ເນື້ອທີ່ຂຸດຄົ້ນຫີນ 5 ເຮັກຕາ, ເນື້ອທີ່ສ້າງຕັ້ງໂຮງງານ 5 ເຮັກຕາ, ເນື້ອທີ່ເກັບມ້ຽນຫີນ 5 ເຮັກຕາ, ເນື້ອທີ່ຫ້ອງການ – ບ່ອນມ້ຽນພາຫະນະກົນຈັກ 5 ເຮັກຕາ ແລະ ເນື້ອທີ່ເຂດສະຫງວນ ປະມານ 20 ເຮັກຕາ ແລະ ຈະໄດ້ສະເໜີຕໍ່ຄະນະກຳມະການຄຸ້ມຄອງ ແລະ ສົ່ງເສີມການລົງທຶນຕື່ມອີກ.

( ຂ່າວ – ຮູບ: ວິໄລວອນ ສິດທິໄຊ )