ໜຸ່ມ ອາລິນ ໄດ້ຮັບລາງວັນ “ ບ່າວຄົນໂກ້ ” ຈາກປະເທດໄທ

92

ຄ້າຍ TS Modeling ໄດ້ສົ່ງ ອາລິນ ໜຸ່ມໜ້າຫວານຈາກເມືອງມໍລະດົກໂລກ ໃນເວທີ Mister International Laos ໄປປະກວດໃນເວທີ “ ບ່າວຄົນໂກ້ສາວຜູ້ດີ ” ທີ່ຈັງຫວັດໜອງຄາຍ ປະເທດໄທ ເຊິ່ງສາມາດຄວ້າລາງວັນ “ ບ່າວຄົນໂກ້ ” ໄປຄອງ ແລະ ສ້າງຊື່ສຽງໃຫ້ກັບປະເທດຊາດ.

ທ້າວ ອາລິນ ສຸລິພອນ ຫຼື ອາລິນ ໂຕດໍາ ອາຍຸ 21 ປີ ໃຫ້ສໍາພາດວ່າ: ຍ້ອນວ່າຄ້າຍ TS Modeling ເຫັນບຸກຄະລິກໃນຫຼາຍໆດ້ານຂອງຕົນເອງຈຶ່ງສົ່ງເຂົ້າປະກວດໃນເວທີ “ ບ່າວຄົນໂກ້ສາວຜູ້ດີ ” ທີ່ຈັງຫວັດໜອງຄາຍ ປະເທດໄທ ເປັນເວທີການປະກວດຊອກຫາບ່າວສາວທີ່ມີຄວາມຮູ້ – ຄວາມສາມາດເພື່ອເປັນຫຼານຊາຍ ແລະ ຫຼານສາວຂອງພະຍານາກເພື່ອເຊື່ອມສານສາຍພົວພັນລະຫວ່າງ 2 ແຜ່ນດິນ ລາວ – ໄທ ເຊິ່ງຕົນເອງກໍໄດ້ເກັບກ່ຽວເອົາປະສົບການທີ່ໄດ້ຈາກເວທີປະກວດ Mister International Laos 2019 ມາເປັນບົດຮຽນໃນການຝຶກຝົນ ແລະ ພັດທະນາເພື່ອໃຫ້ກ້າວຂຶ້ນໄປອີກຈຸດໜຶ່ງ.

ຕົນເອງກໍໄດ້ມີຜົນງານຫຼາຍໆຢ່າງໃນວຽກງານບັນເທີງ ບໍ່ວ່າຈະເປັນການຖ່າຍໂຄສະນາ, ເດີນແບບ ຫຼື ຖ່າຍມິວສິກວິດີໂອ. ການໄດ້ຮັບລາງວັນນີ້ຖືວ່າເປັນລາງວັນທໍາອິດໃນເວທີການປະກວດ ພ້ອມທັງສ້າງຄວາມພູມໃຈໃຫ້ກັບຕົນເອງ, ຄອບຄົວ, ຄ້າຍ TS ແລະ ຄົນອ້ອມຂ້າງທີ່ເຊຍມາຕະຫຼອດ.

ຍ້ອນຄວາມຮັກມັກໃນດ້ານນີ້ຈຶ່ງບໍ່ຢຸດການພັດທະນາ ເຊິ່ງພໍ່ແມ່ ແລະ ໝູ່ເພື່ອນເປັນກຳລັງໃຈເປັນແຮງຊຸກຍູ້ໃຫ້ສູ້ຕໍ່ໄປ. ສຸດທ້າຍ, ຂໍຝາກຕິດຕາມຂໍ້ມູນ – ຂ່າວສານ ແລະ ຜົນງານຕໍ່ໆໄປຂອງ ອາລິນ ໄດ້ທາງເຟສບຸ໊ກ: A’Alin Todam.

ຂ່າວ: ນຸ້ມນິ້ມ, ຮູບ: ອາລິນ