ການປິ່ນປົວພະຍາດປາກເປື່ອຍລົງເລັບ ດ້ວຍພູມປັນຍາທ້ອງຖິ່ນ

226

ປັດຈຸບັນພະຍາດປາກເປື່ອຍລົງເລັບ ກໍາລັງລະບາດກັບສັດໃຫຍ່ງົວ – ຄວາຍ ຢູ່ບາງທ້ອງຖິ່ນຂອງປະເທດເຮົາ ເຊິ່ງພະຍາດດັ່ງກ່າວຖືໄດ້ວ່າເປັນອີກເຊື້ອພະຍາດໜຶ່ງທີ່ມີຄວາມຮ້າຍແຮງເຮັດໃຫ້ງົວຂອງປະຊາຊົນບ້ານຫາດດ້າຍ ເມືອງປາກລາຍ ແຂວງໄຊຍະບູລີ ຕາຍລົງຈໍານວນໜຶ່ງ. ສໍາລັບສັດທີ່ຍັງມີຊີວິດຢູ່ເຂົາເຈົ້າກໍນໍາໃຊ້ພູມປັນຍາທ້ອງຖິ່ນໃນການປິ່ນປົວ ຫຼື ປ້ອງກັນພະຍາດດັ່ງກ່າວບໍ່ໃຫ້ແຜ່ລາມໃສ່ສັດລ້ຽງຂອງຕົນເອງ.

ມື້ນີ້ຜູ້ຂຽນກໍບໍ່ພາດທີ່ຈະສອບຖາມ ເອື້ອຍສະຫວິງ ອ່ອນສີລາ ປະຊາຊົນບ້ານຫາດດ້າຍ ເມືອງປາກລາຍ ແຂວງໄຊຍະບູລີ ຜູ້ນໍາໃຊ້ວິທີດັ່ງກ່າວເພື່ອນໍາເອົາຄວາມຮູ້ມາແບ່ງປັນໃຫ້ທ່ານຜູ້ອ່ານໄດ້ລອງນໍາໄປໃຊ້ນໍາກັນ.

ເອື້ອຍສະຫວິງ ອ່ອນສີລາ ບອກວ່າ: ພູມປັນຍາທ້ອງຖິ່ນ ຫຼື ວິທີທີ່ຕົນເອງນໍາໃຊ້ປິ່ນປົວພະຍາດປາກເປື່ອຍລົງເລັບໃນສັດລ້ຽງຂອງຕົນເອງມາຕະຫຼອດ ແລະ ໄດ້ຜົນດີ ມີຄື:

1 ໃຊ້ເກືອ: ກ່ອນຈະນໍາເອົາສັດເຂົ້າຄອກຈະມີການລ້າງຕີນ ໂດຍເຮັດບໍ່ນໍ້ານ້ອຍໆທີ່ມີຄວາມຍາວເທົ່າກັບປະຕູຄອກ ໂດຍມີຄວາມກວ້າງ 120 ຊັງຕີແມັດ. ຈາກນັ້ນ, ນໍາເອົາເກືອຈໍານວນ 5 ຖົງ ໄປວາງເປັນແຖວໄວ້ ພ້ອມຖອກນໍ້າລົງໃຫ້ຖ້ວມຖົງເກືອ ເວລາສັດເຂົ້າຄອກຈະສາມາດລ້າງຕີນຂອງມັນ ເພື່ອຂ້າເຊື້ອພະຍາດທີ່ອາດກໍ່ໃຫ້ເກີດເປັນພະຍາດປາກເປື່ອຍລົງເລັບກ່ອນເຂົ້າຄອກໄດ້.

2 ນໍາໃຊ້ຢານໍ້າສີມ່ວງ ( ເຈນຕຽນ ໄວໂອເລັດ Gentain Viloet ): ໃຊ້ 1 ບ່ວງແກງ ປະສົມກັບຈຸລິນຊີອີເອັມ 1 ບ່ວງແກງ ແລ້ວໃຊ້ສໍາລີຈຸ່ມລົງເພື່ອນໍາໄປແປະໃສ່ປາກ ແລະ ລີ້ນຂອງສັດ ເຊິ່ງໃຊ້ເວລາພຽງ 1 – 3 ມື້ ກໍຈະຫາຍດີ ແຕ່ຖ້າມີບາດແຜ ຫຼື ຕຸ່ມເປື່ອຍຢູ່ຕີນ ໃຫ້ນໍາເອົາຈຸລິນຊີອີເອັມຖອກຫົດລົງປະມານ 1 ບ່ວງແກງ ຕໍ່ເນື່ອງກັນ 3 ມື້ ກໍຈະເລີ່ມດີຂຶ້ນ.

3 ໝາກຂາມສຸກ: ນໍາເອົາໝາກຂາມສຸກທີ່ແກະເປືອກແລ້ວ ມາແຊ່ນໍ້າໃຫ້ໄດ້ນໍ້າໝາກຂາມປຽກທີ່ເຂັ້ມຂຸ້ນ ແລ້ວນໍາໄປທາປາກ ແລະ ບາດແຜທີ່ເປື່ອຍ ມື້ລະ 1 – 2 ຄັ້ງ ຕອນເຊົ້າກ່ອນສັດອອກຈາກຄອກ ແລະ ຕອນແລງ ເມື່ອສັດກັບເຂົ້າຄອກ ເຊິ່ງໃຊ້ເວລາປະມານ 1 ອາທິດກໍຈະດີຂຶ້ນ.

4 ຕົ້ນຄາມ: ນໍາເອົາຕົ້ນ ແລະ ໃບສົດໆມາຄັ້ນໃສ່ກັບນໍ້າສະອາດ ຈົນໄດ້ນໍ້າໃບຕົ້ນຄາມທີ່ເປັນສີຟ້າເຂັ້ມຂຸ້ນ ແລ້ວຕອງເອົານໍ້າຄາມທີ່ໄດ້ໄປແປະໃສ່ບາດແຜທີ່ປາກຂອງສັດ ຫຼື ນໍາໄປຫົດຕີນຂອງມັນ ເພື່ອທໍາຄວາມສະອາດ ເຊົ້າ – ແລງ ເຊິ່ງວິທີນີ້ຈະຊ່ວຍຫຼຸດອາການອັກເສບ ແລະ ບາດແຜຈະດີຂຶ້ນເລື້ອຍໆ.

5 ນໍ້າສົົ້ມສາຍຊູ: ນໍາມາໃສ່ກ່ອງແລ້ວເຈາະຮູ ເພື່ອສີດນໍ້າສົ້ມທີ່ກຽມໄວ້ໃສ່ປາກສັດທີ່ເປັນພະຍາດນີ້ ໂດຍນໍາໃຊ້ເຊົ້າ – ແລງ ບໍ່ຄວນສີດຫຼາຍເກີນໄປ ເພາະຈະເຮັດໃຫ້ສັດບໍ່ກິນອາຫານເນື່ອງຈາກມັນມີລົດສົ້ມ.

6 ເປືອກຕົ້ນໄມ້ທີ່ມີລົດຝາດ ແລະ ສົ້ມ: ເປັນຕົ້ນແມ່ນເປືອກດູ່, ເປືອກຕົ້ນຫວ້າ, ເປືອກຕົ້ນແຄ, ຕົ້ນຂາມ, ຕົ້ນໝາກພຸກ ແລະ ຕົ້ນອື່ນໆທີ່ມີລົດຊາດຝາດ ຫຼື ສົ້ມ ນໍາມາຕົ້ມໃຫ້ຝົດຢ່າງດີ ແລະ ນໍາໄປຫົດປາກ ແລະ ຕີນຂອງສັດເປັນປະຈໍາຈະຊ່ວຍໃຫ້ມັນດີຂຶ້ນຢ່າງວ່ອງໄວ.