ຫວຽດນາມ ເຂ່ຍ ໄທ ຕົກຮອບ, ກອດຄໍ ອິນໂດເນເຊຍ ເຂົ້າຮອບ ບານເຕະຊີເກມ 2019

292

ທີມຊາດຫວຽດນາມ ໄລ່ຕີສະເໝີ ທີມຊາດໄທ ແຊັມເກົ່າ 2-2 ໃນການແຂ່ງຂັນບານເຕະຊາຍ ໃນຊີເກມ 2019 ໃນມື້ນີ້ວັນທີ 5 ທັນວາ 2019 ເວລາ 15:00 ໂມງ ເຮັດໃຫ້ ຫວຽດນາມ ເຂ່ຍ ໄທ ແຊັມເກົ່າຕົກຮອບ.

ສ່ວນ ອິນໂດເນເຊຍ ຖະຫຼົ່ມ ລາວ 4-0 ແລະ ສິງກະໂປ ຖະຫຼົ່ມ ບຣູໄນ 7-0 ເຮັດໃຫ້ ຫວຽດນາມ ເກັບເພີ່ມເປັນ 13 ຄະແນນ ກວດຄໍ ອິນໂດເນເຊຍ ທີ່ມີ 12 ຄະແນນ ເຂົ້າຮອບ 4 ທີມສຸດທ້າຍ, ສ່ວນ ໄທ ແຊ້ມເກົ່າ ເກັບເພີ່ມເປັນ 10 ຄະແນນ ຕາມທີມຊາດລາວ ມີ 4 ຄະແນນເທົ່າກັບ ສິງກະໂປ, ບຣູໄນ ບໍ່ມີຈັກຄະແນນ ຕົກຮອບໄປ

ຫວຽດນາມ ແຊັມກຸ່ມ B ຈະໄປພົບກັບ ກໍາປູເຈຍ ຮອງແຊ້ມກຸ່ມ A ເວລາ 19:00 ໂມງ, ສ່ວນ ອິນໂດເນເຊຍ ຮອງແຊັມກຸ່ມ B ຈະໄປພົບກັບ ມຽນມາ ແຊັມກຸ່ມ A ເວລາ 15:00 ໂມງ ໃນຮອບຮອງຊະນະເລີດ ຈະແຂ່ງຂັນກັນໃນວັນທີ 7 ທັນວາ 2019.