ຝຶກອົບຮົມຄວາມຮູ້ພື້ນຖານດ້ານການເງິນ ແລະ ການວາງແຜນທຸລະກິດຂະໜາດຄອບຄົວ

203

ສະມາຄົມການເງິນຈຸລະພາກ ( ສມກຈ ) ຮ່ວມກັບ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ຮ່ວມໃຈພັດທະນາ ( ສສງ ຮ່ວມໃຈພັດທະນາ ) ບ້ານດົງດໍາດວນ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດຝຶກອົບຮົມໃນຫົວຂໍ້ “ ຄວາມຮູ້ພື້ນຖານທາງດ້ານການເງິນ ແລະ ການວາງແຜນທຸລະກິດຂະໜາດຄອບຄົວ ” ໃຫ້ແກ່ຜູ້ຕາງໜ້າຈາກສະມາຊິກເກືອບ 30 ຄົນ.

ທ່ານ ນາງ ສາຍຄຳ ໄຊຍະບຸດ ປະທານສະພາບໍລິຫານ ສສງ ຮ່ວມໃຈພັດທະນາ ກ່າວວ່າ: ສໍາລັບການຝຶກອົບຮົມໃນຄັ້ງນີ້ປະກອບມີຫົວຂໍ້ທີ່ໜ້າສົນໃຈ ເປັນຕົ້ນແມ່ນ: ນິຍາມຂອງປະຊາສຶກສາທາງດ້ານການເງິນ ( ການບັນທຶກລາຍຮັບ – ລາຍຈ່າຍ, ສິ່ງຈໍາເປັນ ແລະ ສິ່ງບໍ່ຈໍາເປັນໃນໄລຍະສັ້ນ, ຄວາມຕ້ອງການໄລຍະຍາວ ), ວິທີສ້າງແຜນ, ກະແສເງິນສົດ, ການບໍລິຫານຄວາມສ່ຽງ, ການຂຽນແຜນທຸລະກິດ ( ວິໄສທັດ, ພາລະກິດ, ຫຼັກການ, ເປົ້າໝາຍ, ຜະລິດຕະພັນ, ລູກຄ້າ, ຄູ່ແຂ່ງ ແລະ ຊ່ອງທາງອື່ນໆ ). ນອກນັ້ນ, ຍັງມີການວິເຄາະສະພາບແວດລ້ອມ, ຍຸດທະສາດ, ສິນຄ້າ – ບໍລິການ ແລະ ລາຄາ, ຂັ້ນຕອນການຜະລິດ, ຄູ່ຮ່ວມທຸລະກິດ ຫຼື ຜູ້ສະໜັບສະໜູນ ແລະ ການປະຕິບັດຕົວຈິງ.

ໃນຕອນທ້າຍຂອງພິທີ ປະທານສະພາບໍລິຫານ ສສງ ຮ່ວມໃຈພັດທະນາ ຍັງໄດ້ຮຽກຮ້ອງມາຍັງຜູ້ຕາງໜ້າຈາກສະມາຊິກຈົ່ງເອົາໃຈໃສ່ຄົ້ນຄວ້າສຶກສາຮໍ່າຮຽນ ເພື່ອຍາດແຍ່ງເອົາ ຄວາມຮູ້ໃຫ້ໄດ້ຫຼາຍທີ່ສຸດ ແລະ ປະກອບຄໍາເຫັນ – ແລກປ່ຽນປະສົບການຕົວຈິງທີ່ພົບມາ ເພື່ອໃຫ້ຄູຝຶກໄດ້ຊ່ວຍແນະນໍາວິທີການຕ່າງໆແລ້ວໄປໝູນໃຊ້ໃນທ້ອງຖິ່ນຂອງຕົນໃຫ້ມີປະສິດທິພາບສູງສຸດ.

ການຝຶກອົບຮົມດັ່ງກ່າວດໍາເນີນໄປເປັນເວລາ 2 ວັນ ( 4 – 5 ທັນວາ 2019 ) ພາຍໃຕ້ການສະໜັບສະໜູນຈາກອົງການອາດາ ແລະ UNCDF.