ດີໃຈນຳ ນ້ອງໆນັກຮຽນ ມັດທະຍົມຕົ້່ນບ້ານທ່າຊ່ວງ ໄດ້ຮັບເຄື່ອງຊ່ວຍເຫຼືອ

67

ໃນຕອນບ່າຍຂອງວັນທີ 4 ທັນວາ 2019 ນີ້, ທ່ານ ນາງ ດາວວິນ ລາດສະກິດ ຮອງເຈົ້າເມືອງຫົງສາ ໄດ້ມອບເຄື່ອງເສື້ອຜ້າ, ໝີ່ໄວໆ ແລະ ເຂົ້າສານ ໃຫ້ນ້ອງນັກຮຽນຢູ່ທີ່ໂຮງຮຽນມັດທະຍົມຕົ້ນ ບ້ານທ່າຊ່ວງ ຈຳນວນ 21 ນ້ອງ, ເຂົ້າຮ່ວມມອບເຄື່ອງໃນຄັ້ງນີ້ມີ ທ່ານ ປ່ຽນ ຈິນດາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຄູອາຈານ, ນັກຮຽນ ເຂົ້າຮ່ວມ.

ຈຸດປະສົງຂອງການລົງມາມອບເຄື່ອງໃນຄັ້ງນີ້ແມ່ນເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ແກ່ນ້ອງນັກຮຽນທີ່ທຸກຍາກ, ຂາດເຂີນ, ຫ່າງໄກສອກຫຼີກ, ທີ່ມາພັກເຊົາຢູ່ຫໍພັກໂຮງຮຽນ ແລະ ເພື່ອເປັນການສົ່ງເສີມໃຫ້ເຂົາເຈົ້າໄດ້ເຂົ້າເຖີງການສຶກສາຕາມເກນອາຍຸໄວຮຽນ, ເພາະເດັກນ້ອຍໃນວັນນີ້ກໍ່ຄືຜູ້ໃຫຍ່ໃນວັນໜ້າ, ເຊີ່ງເຄື່ອງທີ່ນຳມາມອບໃຫ້ຄັ້ງນີ້ແມ່ນໄດ້ມາຈາກກອງທຶນປ້ອງກັນ ແລະ ຄວບຄຸມໄພພິບັດຂອງເມືອງ.

ໃນໂອກາດນີ້ ທ່ານນາງ ດາວວິນ ລາດສະກິດ  ກໍ່ໄດ້ໂອ້ລົມ ເຊີ່ງທ່ານໄດ້ແນະນຳໃຫ້ນ້ອງນັກຮຽນຈົ່ງພ້ອມກັນເອົາໃຈໃສ່, ຕັ້ງໃຈສຶກສາຮໍ່າຮຽນ, ເຄົາລົບຄູອາຈານ, ພໍ່ແມ່, ຜູ້ອາວຸໂສ, ຜູ້ນໍາ ເພື່ອພັດທະນາຕົນເອງໃຫ້ກາຍເປັນເປັນນັກຮຽນດີ, ຮຽນເກັ່ງ, ເປັນເດັກຄຳຮູ້ຂອງພໍ່ແມ່ ແລະ ຄູອາຈານ, ພ້ອມນັ້ນກໍ່ໄດ້ເໜັ້ນໜັກໃຫ້ຄູອາຈານຢູ່ໃນໂຮງຮຽນແຫ່ງນີ້ຈົ່ງເອົາໃຈໃສ່ສິດສອນນ້ອງນັກຮຽນຢ່າງເອົາໃຈໃສ່ໃຜຮຽນອອ່ນກໍ່ຕ້ອງໄດ້ສອນເພີ່ມເພື່ອບໍາລຸງໃຫ້ເຂົາເຈົ້າ, ເພື່ອກ້າວເປັນນັກຮຽນເກັ່ງໃຫ້ສາມາດສົ່ງເຂົ້າເສັງນັກຮຽນເກັ່ງລະດັບເມືອງ, ລະດັບແຂວງ ແລະ ກ້າວໄປສູ່ລະດັບປະເທດ.

ທີ່ມາ: ຖວທ ເມືອງຫົງສາ