ໄທແລນ ມໍເຕີເອັກໂປ 2019 ເປີດຍາວ 10 ວັນ ໃຫ້ຄົນຮັກລົດໄດ້ໄປຊົມ

124

ງານໄທແລນ ອິນເຕີເນຊັນນໍ ມໍເຕີເອັກໂປ ເປັນງານທີ່ລໍຄອຍຂອງຜູ້ທີ່ມັກລົດຫຼາຍຄົນ ເນື່ອງຈາກມີລົດຫຼາກຫຼາຍຍີ່ຫໍ້ຈາກຫຼາຍປະເທດເຂົ້າຮ່ວມ, ດຳເນີນມາຮອດປີ 2019 ເປັນຄັ້ງທີ 36 ແລ້ວ ຖືເປັນງານວາງສະແດງລົດທີ່ຍິ່ງໃຫຍ່ທີ່ສຸດຂອງປະເທດໄທ ປີໜຶ່ງມີຄັ້ງດຽວ.

ທາງບໍລິສັດ ສື່ສາກົນ ຈໍາກັດ ຜູ້ຈັດງານວາງສະແດງລົດ ຄັ້ງທີ 36 ຫຼື Thailand International Motor Expo 2019 ຈັດງານໃນປີນີ້ ນອກຈາກຈະນຳເອົາລົດໃໝ່ຫຼາກຫຼາຍຮູບແບບມານຳສະເໜີແລ້ວ ຍັງເປີດໃຫ້ທົດລອງຂັບຂີ່ໄດ້ຖ້າມັກຈຶ່ງຈອງຊື້ເປັນເຈົ້າຂອງ, ຕັ້ງເປົ້າຍອດຂາຍລົດໃຫຍ່ 50 ພັນຄັນ, ລົດຈັກ 9 ພັນຄັນ.

ທ່ານ ຂວັນໄຊ ປະພັດພົງ ປະທານ ບໍລິສັດ ສື່ສາກົນ ຈໍາກັດຜູ້ດຽວ ຜູ້ຈັດງານກ່າວວ່າ: ພາຍໃນງານນອກຈາກຈະມີລົດຫຼາກຫຼາຍຍີ່ຫໍ້ໃຫ້ທ່ານໄດ້ສໍາຜັດແລ້ວ ຍັງມີກິດຈະກຳຂອງແຈກຂອງແຖມ ແລະ ສິນຄ້າອື່ນໆທີ່ຕິດພັນກັບແວດວົງລົດ ໃຫ້ທ່ານທີ່ມາຮ່ວມງານໄດ້ເພີດເພີນຕະຫຼອດງານ, ພິເສດກວ່ານັ້ນຍັງຈະໄດ້ພົບກັບຊ່ຽວຊານລົດຍົນຈາກຕ່າງປະເທດ ມາໃຫ້ຄໍາແນະນໍາທີ່ເປັນປະໂຫຍດຕໍ່ການນຳໃຊ້ລົດນຳອີກ.

ທ່ານ ຂວັນໄຊ ປະພັດພົງ ກ່າວຕື່ມວ່າ: ງານໄທແລນ ອິນເຕີເນຊັນນໍ ມໍເຕີເອັກໂປ 2019 ( Thailand International Motor Expo 2019) ຈະຊ່ວຍກະຕຸ້ນຍອດຈໍາໜ່າຍລົດໃຫ້ມີບັນຍາກາດດີຂຶ້ນ ກວ່າເກົ່າ ໂດຍຕັ້ງເປົ້າພາຍໃນງານຈະມີຍອດຈອງລົດໃຫຍ່ 50 ພັນຄັນ ແລະ ລົດຈັກ 9 ພັນຄັນ ຄິດເປັນມູນຄ່າປະມານ 56.000 ລ້ານບາດ  ( ສະກຸນເງິນໄທ ).

ສໍາລັບໃຜທີ່ມີເງື່ອນໄຂຕ້ອງຍາດໂອກາດມາໃຫ້ໄດ້ ງານເລີ່ມຕັ້ງແຕ່ວັນທີ 30 ພະຈິກ ຫາ 10 ທັນວາ 2019 ທີ່ອາຄານຊາເລັນເຈີ ອິມແພັກ ເມືອງທອງທານີ ປະເທດໄທ.