ມອບ – ຮັບ ອາຄານພະແນກ ຖວທ ແຂວງຈຳປາສັກຫຼັງໃໝ່

135

ອາທິດຜ່ານມາໄດ້ມີພິທີມອບ – ຮັບໂຄງການກໍ່ສ້າງອາຄານພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ( ຖວທ ) ແຂວງຈໍາປາສັກຫຼັງໃໝ່ ຢູ່ບ້ານສະໜາມໄຊ ນະຄອນປາກເຊ ມອບໂດຍ ທ່ານ ຄໍາຫຼ້າ ລຸນທະປັນຍາ ປະທານບໍລິສັດ ພົງຊັບທະວີ ກໍ່ສ້າງ ( ຜູ້ຮັບເໝົາໂຄງການ ) ຮັບໂດຍ ທ່ານ ບົວທອງ ສຸວັນນະສານ ຫົວໜ້າພະແນກ ຖວທ ແຂວງຜູ້ຊີ້ນໍາໂຄງການ ໂດຍການເຂົ້າຮ່ວມຂອງ ທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງຈໍາປາສັກ, ຜູ້ຊີ້ນໍາວຽກງານວັດທະນະທໍາ – ສັງຄົມຂັ້ນແຂວງ.

ທ່ານ ຄໍາມ່ວນ ພິມສີວັນໂນ ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງອາຄານພະແນກ ຖວທ ຫຼັງໃໝ່ ເປັນໂຄງການລົງທຶນຂອງລັດທີ່ໄດ້ອະນຸມັດຮັບຮອງຈາກສະພາ ເຊິ່ງເລີ່ມຈັດຕັ້ງປະຕິບັດແຕ່ສົກປີ 2013 – 2014 ໂດຍແມ່ນ ບໍລິສັດ ພົງຊັບທະວີ ກໍ່ສ້າງ ເປັນຜູ້ຮັບເໝົາໂຄງການໃນຮູບແບບບໍລິສັດລົງທຶນກ່ອນ 100%, ໃຊ້ເວລາໃນການກໍ່ສ້າງ 5 ປີ, ມີຂະໜາດ 25 ແມັດ x 32 ແມັດ, ເປັນອາຄານດ່ຽວ ມີ 4 ຊັ້ນ, ມີຫ້ອງເຮັດວຽກ 23 ຫ້ອງ, ຫ້ອງປະຊຸມ 2 ຫ້ອງ ແລະ ຫ້ອງນໍ້າ 24 ຫ້ອງ ລວມມູນຄ່າການກໍ່ສ້າງທັງໝົດ 13,67 ຕື້ກວ່າກີບ.

( ຂ່າວ – ຮູບ: ທູນທອງໃຈ )