ສະພາແຫ່ງຊາດ ປະເມີນການປະຕິບັດໜ້າທີ່ບຸກຄະລາກອນດຳລົງຕໍາແໜ່ງ

211

ບັນດາສະມາຊິກສະພາແຫ່ງຊາດ ( ສສຊ ) ໄດ້ປະເມີນຜົນການປະຕິບັດໜ້າທີ່ຂອງບຸກຄະລາກອນດຳລົງຕຳແໜ່ງ ທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ຮັບຮອງການແຕ່ງຕັ້ງ. ສ່ວນຜົນການປະເມີນບຸກຄະລາກອນຈະໄດ້ນຳສະເໜີໃນຕອນເຊົ້າວັນທີ 6 ທັນວາ.

ໃນຕອນເຊົ້າວັນທີ 4 ທັນວາ 2019 ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ພົນໂທ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ ໃນນາມຫົວໜ້າຄະນະຮັບຜິດຊອບການປະເມີນຜົນໄດ້ຂຶ້ນຜ່ານມາດຖານເງື່ອນໄຂຂອງຜູ້ປະເມີນຜົນ ແລະ ລາຍງານ ຄວາມພ້ອມໃນການກະກຽມໃຫ້ແກ່ການຈັດຕັ້ງປະຕິບັດປະເມີນຜົນການປະຕິບັດໜ້າທີ່ ຂອງບຸກຄະລາກອນດຳລົງຕຳແໜ່ງທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ຮັບຮອງການແຕ່ງຕັ້ງ.

ທ່ານ ພົນໂທ ແສງນວນ ໄຊຍະລາດ ກ່າວວ່າ: ວຽກທີ່ໄດ້ກະກຽມໃນໄລຍະຜ່ານມາ ໄດ້ກະກຽມທາງດ້ານເອກະສານແມ່ນໄດ້ສ້າງແຜນການດ້ານການປະເມີນຜົນ, ອອກຄຳແນະນຳການຂຽນບົດລາຍງານຂອງຜູ້ຖືກປະເມີນຜົນ, ການປະເມີນຜົນຂອງຜູ້ປະເມີນ, ລະບຽບການການປະເມີນຜົນຢູ່ກອງປະຊຸມ ແລະ ການຄົ້ນຄວ້າຢູ່ພາຍໃນໜ່ວຍຄົ້ນຄວ້າບົດລາຍງານຂອງຜູ້ຖືກປະເມີນ, ໄດ້ອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຄວບຄຸມການໃຫ້ຄະແນນ, ຂໍ້ຕົກລົງວ່າດ້ວຍການແບ່ງໜ່ວຍຄົ້ນຄວ້າບົດລາຍງານຂອງບຸກຄະລາກອນທີ່ຖືກປະເມີນຜົນ, ຂໍ້ຕົກລົງແຕ່ງຕັ້ງກອງເລຂາຊ່ວຍວຽກ ແລະ ຍັງໄດ້ຈັດສຳມະນາກ່ຽວກັບການປະເມີນຜົນ ເປັນຕົ້ນແມ່ນກອງປະຊຸມສຳມະນາຮ່ວມລະຫວ່າງ ສະພາແຫ່ງຊາດ ກັບ ຄະນະສະມາຊິກສະພາປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ໄດ້ນຳສະເໜີ ແລະ ປຶກສາຫາລືກ່ຽວກັບການປະເມີນຜົນ, ໄດ້ຈັດກອງປະຊຸມສຳມະນາໃນວັນທີ 4 – 5/11/2019 ຄະນະຮັບຜິດຊອບການປະເມີນຜົນໄດ້ແນະນຳ ແລະ ສະເໜີເນັ້ນໜັກຕື່ມໃນການສົນທະນາກ່ຽວກັບການປະເມີນຜົນ.

ທ່ານ ພົນໂທ ແສງນວນ ໄຊຍະລາດ ກ່າວຕື່ມວ່າ: ສຳລັບເນື້ອໃນ ແລະ ເງື່ອນໄຂມາດຖານໃນການປະເມີນຜົນທີ່ໄດ້ກຳນົດໃນມະຕິ ສະບັບເລກທີ 104/ຄປຈ ລົງວັນທີ 21/6/2019 ຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການປະເມີນຜົນ ເຊິ່ງປະກອບມີ 3 ເນື້ອໃນ: ໜຶ່ງແມ່ນຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ປະກອບມີ ຄວາມຊື່ສັດບໍລິສຸດຕໍ່ປະເທດຊາດ ຕໍ່ປະຊາຊົນ ຕໍ່ລະບອບປະຊາທິປະໄຕ ປະຊາຊົນ, ຄວາມເປັນແບບຢ່າງໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດໃນການດຳລົງຊີວິດ; ສອງແມ່ນຄວາມຮູ້ – ຄວາມສາມາດ ແລະ ປະສົບການ ປະກອບດ້ວຍມີ ຄວາມຮູ້ໃນວຽກງານທີ່ຕົນຮັບຜິດຊອບ, ມີຄວາມສາມາດໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍແຜນພັດທະນາລວມຂອງພັກ – ລັດຖະບານ – ສະພາແຫ່ງຊາດ ເປັນແຜນການວຽກງານອັນລະອຽດທີ່ຕົນຮັບຜິດຊອບ, ມີປະສົບການໃນການຈັດຕັ້ງປະຕິບັດວຽກງານຕົວຈິງ; ສາມແມ່ນຜົນສຳເລັດຕົວຈິງໃນການປະຕິບັດໜ້າທີ່ ປະກອບມີການປະຕິບັດໜ້າທີ່ບັນລຸຄາດໝາຍຕາມແຜນການທີ່ໄດ້ກຳນົດໄວ້ຢູ່ໃນຂະແໜງການທີ່ຕົນເອງຮັບຜິດຊອບຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ສຳເລັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໂດຍກົງຈາກການຈັດຕັ້ງຂັ້ນເທິງ ( ກຳນົດໃນມະຕິສະບັບເລກທີ 104/ຄປຈ ລົງວັນທີ 21/6/2019 ຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການປະເມີນຜົນ ).

ຈາກນັ້ນ, ບັນດາ ສສຊ ກໍໄດ້ພ້ອມກັນພິຈາລະນາຄົ້ນຄວ້າຢ່າງຖີ່ຖ້ວນ ແລ້ວລົງຄະແນນປະເມີນຜົນການປະຕິບັດໜ້າທີ່ຂອງບຸກຄະລາກອນດຳລົງຕຳແໜ່ງທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ຮັບຮອງການແຕ່ງຕັ້ງ ລວມທັງໝົດ 69 ທ່ານ. ໃນນັ້ນ, ຢູ່ຂົງເຂດສະພາແຫ່ງຊາດ 30 ທ່ານ, ຂົງເຂດບໍລິຫານລັດ 28 ທ່ານ, ຂົງເຂດຕຸລາການ ແລະ ກວດສອບແຫ່ງລັດ 11 ທ່ານ ແລະ ໄດ້ປ່ອນບັດລົງຄະແນນໃນຫີບປ່ອນບັດ. ສ່ວນຜົນຂອງການນັບຄະແນນ, ທ່ານປະທານກອງປະຊຸມໄດ້ມີຄຳເຫັນໃຫ້ນັບຄະແນນຢ່າງລະອຽດຖີ່ຖ້ວນ ຮັບປະກັນຄວາມຖືກຕ້ອງແລ້ວກັບລາຍງານຕໍ່ກອງປະຊຸມໃນຕອນເຊົ້າ ວັນທີ 6 ທັນວາ ທີ່ຈະມາເຖິງນີ້.

[ ຂ່າວ: ສົມລົດ; ຮູບ: ສອນໄຊ ]