ຕົ້ນປີ 2020 ດ່ານພາສີສາກົນຈະເປີດນໍາໃຊ້ ບ53 ແບບເອເລັກໂຕຣນິກ

216

ກະຊວງການເງິນ ໄດ້ອະນຸມັດໃຫ້ ບໍລິສັດ ຄໍາປະເສີດ ຄອມພິວເຕີ ຈໍາກັດ ຜູ້ດຽວ ພັດທະນາລະບົບ ( ບ53 ) ແບບທັນສະໄໝ, ເບື້ອງຕົ້ນຈະໄດ້ໄປຕິດຕັ້ງ ແລະ ທົດລອງນໍາໃຊ້ຢູ່ດ່ານພາສີສາກົນ 3 ແຫ່ງ ຄາດຈະເປີດທົດລອງນໍາໃຊ້ໃນເດືອນມັງກອນ 2020.

ໃນທ້າຍເດືອນພະຈິກຜ່ານມາ, ທີ່ດ່ານສາກົນຂົວມິດຕະພາບ I ໄດ້ຈັດກອງປະຊຸມນໍາສະເໜີ ແລະ ສາທິດເປີດທົດລອງນຳໃຊ້ລະບົບ ( ບ53 ) ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຄໍາຂວັນ ສີຊານົນ ຮອງຫົວໜ້າຫ້ອງການກະຊວງການເງິນ, ມີທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ ກະຊວງການເງິນ, ຫົວໜ້າດ່ານພາສີສາກົນຂົວມິດຕະພາບ I, ຄະນະດ່ານ, ຄະນະພະແນກ, ຜູ້ອໍານວຍການ ບໍລິສັດ ຄໍາປະເສີດ ຄອມພິວເຕີ ຈໍາກັດ ຜູ້ດຽວ ຜູ້ພັດທະນາລະບົບ ( ບ53 ) ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຕາມການລາຍງານຂອງຄະນະຮັບຜິດຊອບພັດທະນາລະບົບ ບ53 ແບບເອເລັກໂຕຣນິກ ໃຫ້ຮູ້ວ່າ: ລະບົບ ບ53 ແບບເກົ່າທີ່ນຳໃຊ້ໃນປັດຈຸບັນທີ່ດ່ານພາສີສາກົນທົ່ວປະເທດ ເຫັນວ່າມີຂໍ້ມູນເພີ່ມຂຶ້ນເປັນຈຳນວນຫຼວງຫຼາຍ ເຮັດໃຫ້ຖານຂໍ້ມູນບໍ່ສາມາດຮອງຮັບໄດ້ ແລະ ເປັນສາເຫດເຮັດໃຫ້ຕ້ອງໄດ້ນຳໃຊ້ແບບແຍກຖານຂໍ້ມູນບໍ່ລວມສູນ, ທີ່ສຳຄັນການຊໍາລະຄ່າທຳນຽມຜູ້ໂດຍສານ, ພາຫະນະຕ່າງໆ ແລະ ຄ່າລ່ວງເວລາຍັງເກັບດ້ວຍເງິນສົດເຮັດໃຫ້ການສັງລວມລາຍຮັບຈາກຄ່າທຳນຽມມີຄວາມຫຍຸ້ງຍາກ, ຊັກຊ້າ, ບໍ່ໂປ່ງໃສ.

ສະນັ້ນ, ເພື່ອເຂົ້າລະບຽບການ ແລະ ມາດຕະການໃນການຄຸ້ມຄອງຕິດຕາມ ແລະ ກວດກາພາຫະນະຜ່ານດ່ານສາກົນທາງບົກດ້ວຍການນຳໃຊ້ລະບົບ ບ53 ແບບເອເລັກໂຕຣນິກທີ່ເປັນເຄື່ອງມືທັນສະໄໝໃຫ້ແກ່ເຈົ້າໜ້າທີ່ພາສີໃນການຄຸ້ມຄອງພາຫະນະເຂົ້າ – ອອກ ທ່ອງທ່ຽວຢ້ຽມຢາມເປັນການຊົ່ວຄາວ, ພາຫະນະຂົນສົ່ງສິນຄ້າຜ່ານດ່ານພາສີສາກົນໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ, ທັງສະດວກວ່ອງໄວ, ໂປ່ງໃສ, ສອດຄ່ອງຖືກຕ້ອງຕາມລະບຽບກົດໝາຍກໍານົດໄວ້, ຫັນການຄຸ້ມຄອງລາຍຮັບສູ່ລະບົບທັນສະໄໝໃນຂະແໜງພາສີທີ່ເກີດມີຫາງສຽງຈົ່ມວ່າຂອງສັງຄົມ ໂດຍສະເພາະແມ່ນການຈັດເກັບລາຍຮັບຍັງເກັບເປັນເງິນສົດ ເປັນຕົ້ນຄ່າທໍານຽມຕ່າງໆ.

ກະຊວງການເງິນ ໄດ້ອະນຸມັດໃຫ້ ບໍລິສັດ ຄໍາປະເສີດ ຄອມພິວເຕີ ຈໍາກັດ ຜູ້ດຽວ ພັດທະນາລະບົບ ( ບ53 ) ແບບທັນສະໄໝ, ເບື້ອງຕົ້ນຈະໄດ້ໄປຕິດຕັ້ງ ແລະ ທົດລອງນໍາໃຊ້ຢູ່ດ່ານພາສີສາກົນ ຂົວມິດຕະພາບ I, ດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ ແລະ ດ່ານພາສີສາກົນ ຂົວມິດຕະພາບ IV ແຂວງບໍ່ແກ້ວ, ຄາດຄະເນວ່າຈະເປີດທົດລອງນໍາໃຊ້ໃນເດືອນມັງກອນ 2020 ແລະ ຈະສືບຕໍ່ຜັນຂະຫຍາຍນຳໃຊ້ຢູ່ບັນດາດ່ານສາກົນໃນຂອບເຂດທົ່ວປະເທດ.

ອີງຕາມຕົວເລກລາຍງານເບື້ອງຕົ້ນຢູ່ດ່ານພາສີສາກົນ ຂົວມິດຕະພາບ I ມີຈໍານວນຜູ້ໂດຍສານທີ່ເດີນທາງເຂົ້າ – ອອກປະເທດໃນແຕ່ລະວັນ, ສະເລ່ຍຜູ້ໂດຍສານທີ່ເດີນທາງຂາເຂົ້າ ມີປະມານ 700 ກວ່າຄົນຕໍ່ວັນ, ພາຫະນະ ( ປະເພດລົດບັນທຸກ ) ປະມານ 500 ຄັນຕໍ່ວັນ, ສ່ວນການເດີນທາງຂາອອກຂອງຜູ້ໂດຍສານ 1.800 ຄົນຕໍ່ວັນ, ພາຫະນະ ( ປະເພດລົດເບົາ ) ປະມານ 782 ຄັນຕໍ່ວັນ, ຖ້າເປັນວັນພັກລັດຖະການ ຫຼື ມື້ທີ່ມີເທດສະການຕ່າງໆ ປະລິມານຜູ້ໂດຍສານ ຫຼື ລົດສ່ວນຕົວແມ່ນເພີ່ມຂຶ້ນຫຼາຍເທົ່າຕົວ.

[ ຂ່າວ – ພາບ: ກະຊວງການເງິນ ]