ປີກມົດລູກອັກເສບ ອີກໜຶ່ງພະຍາດທີ່ແມ່ຍິງຄວນຮູ້

317

ປີກມົດລູກອັກເສບ ເປັນພະຍາດທີ່ແມ່ຍິງຫຼາຍຄົນອາດຈະຍັງບໍ່ຮູ້ຈັກ ແລະ ມັກຈະເບິ່ງຂ້າມ ເນື່ອງຈາກບໍ່ຄ່ອຍມີໃຜເປັນຫຼາຍ, ແຕ່ກໍບໍ່ແມ່ນວ່າຈະບໍ່ມີໂອກາດທີ່ແມ່ຍິງແບບເຮົາຈະເປັນບໍ່ໄດ້. ດັ່ງນັ້ນ, ຮູ້ທັນພະຍາດນີ້ໄວ້ກ່ອນຈະເປັນການດີທີ່ສຸດສຳລັບຕົວທ່ານເອງ.

ປີກມົດລູກອັກເສບ ສ່ວນ ໃຫຍ່ເປັນພະຍາດຕິດຕໍ່ທາງເພດສຳພັນຢ່າງໜຶ່ງ ໂດຍເຊື້ອພະຍາດທີ່ພົບເລື້ອຍໆຄືເຊື້ອໜອງໃນ, ຮອງລົງມາຄືເຊື້ອຄາໄມເດຍ ຄົນເຈັບມັກມາພົບແພດດ້ວຍອາການຕົກຂາວ ແລະ ເຈັບທ້ອງນ້ອຍ, ຖ້າອາການບໍ່ໜັກຫຼາຍແພດກໍຈະໃຫ້ຢາແກ້ປວດຊະນິດກິນ, ແຕ່ຖ້າເປັນຫຼາຍ ແລະ ມີການຕິດເຊື້ອຮ້າຍແຮງ ຫຼື ມີອາການປວດຮ້າຍແຮງຈຳເປັນຕ້ອງພັກປິ່ນປົວຢູ່ໂຮງໝໍ ແລະ ໄດ້ຮັບຢາແກ້ປວດຊະນິດຢາສັກ.

ພະຍາດປີກມົດລູກອັກເສບ ມັກຈະປິ່ນປົວເຊົາພາຍໃນ 1 – 2 ອາທິດ, ແຕ່ຄົນເຈັບບາງລາຍທີ່ມີການຕິດເຊື້ອບໍລິເວນມົດລູກຊະນິດຊຳເຮື້ອທີ່ບໍ່ໄດ້ຮັບການປິ່ນປົວທີ່ເໝາະສົມ ຫຼື ອາດຈະເປັນເຊື້ອທີ່ກໍ່ພະຍາດໃນລັກສະນະຊຳເຮື້ອອາດຈຳເປັນຕ້ອງປິ່ນປົວດົນ.

( ຂໍ້ມູນຈາກ: health.kapook.com )

( ຮຽບຮຽງ: ນຸ້ມນິ້ມ )