ສົ່ງແຮງໃຈໃຫ້ ສິງຄໍາ ຕົວແທນໜຸ່ມລາວໄປປະກວດທີ່ປະເທດໂປໂລຍ

98

ໜຸ່ມ ສິງຄໍາ ພົມມາສອນ ເຊິ່ງເປັນຕົວແທນປະເທດລາວ ໄປປະກວດ Mister Supranational 2019 ທີ່ປະເທດໂປໂລຍ ຮອບຕັດສິນຈະມີຂຶ້ນໃນວັນທີ 7 ທັນວາ 2019 ໂດຍເລີ່ມໄປເກັບຕົວເຮັດກິດຈະກໍາຕ່າງໆນັບແຕ່ວັນທີ 25 ພະຈິກເປັນຕົ້ນມາ.

ທ້າວ ສິງຄຳ ພົມມາສອນ ໃຫ້ສໍາພາດກັບທີມຂ່າວເສດຖະກິດ – ການຄ້າ ວ່າ: ຕົນເອງມາຈາກແຂວງຫົວພັນ ປັດຈຸບັນຮຽນທີ່ມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາດທຳມະຊາດ ສາຂາຄອມພິວເຕີ.

ຈຸດເລີ່ມຕົ້ນຂອງການປະກວດມາຈາກການຊອກຫາປະສົບການໃນວຽກງານດ້ານການບັນເທີງ ຈຶ່ງຕັດສິນໃຈເຂົ້າປະກວດໂຄງການລາວຊຸບເປີໂມເດວ ເຂົ້າຮອບທຳອິດແຕ່ຮອບຕັດສິນບໍ່ຜ່ານ. ຫຼັງຈາກນັ້ນ, ຈຶ່ງເຂົ້າປະກວດ Mister International ແຕ່ບໍ່ຜ່ານຈຶ່ງພະຍາຍາມປັບປຸງຈຸດດ້ອຍຂອງຕົນເອງ ແລະ ປຶກສາຄົນອ້ອມຂ້າງນາງແບບ – ຊາຍແບບຮຸ່ນອ້າຍເອື້ອຍຜູ້    ໃຫຍ່ທີ່ຢູ່ໃນວົງການມາກ່ອນ ໂດຍ ອ້າຍ ໂຕໂຕ້ ມອບໂອກາດອັນປະເສີດນີ້ໃຫ້ເປັນຕົວແທນປະເທດລາວ ເຂົ້າປະກວດທີ່ປະເທດໂປໂລຍ ເພາະມີຈຸດເດັ່ນຄືສີຜິວຄ້າຍຄົນຕ່າງປະເທດ ແລະ ສ່ວນສູງກໍໄດ້ ຈຶ່ງສົ່ງໃຫ້ກອງປະກວດ ແລະ ສາມາດປະກວດໄດ້.

ຫຼັງຈາກນັ້ນ, ຈຶ່ງມີການກຽມຕົວຫຼາຍຢ່າງບໍ່ວ່າຈະເປັນພາສາ, ຮູບຮ່າງ, ການຍ່າງ, ຊຸດແຕ່ງກາຍຕ່າງໆເພື່ອຈະສະແດງໃນການປະກວດ ແລະ ຄາດວ່າຈະໄດ້ຫຼາຍສິ່ງຈາກກອງປະກວດນີ້ບໍ່ໜ້ອຍກໍຫຼາຍ.

ການເຂົ້າຮ່ວມເກັບຕົວເຮັດກິດຈະກຳກໍໄດ້ຮຽນຮູ້ຫຼາຍຢ່າງທັງເລື່ອງທັກສະ ແລະ ການຢູ່ຮ່ວມກັນກັບໝູ່ເພື່ອນຫຼາຍໆປະເທດ.

ສ່ວນວ່າຈະຊະນະ ຫຼື ບໍ່ ແມ່ນຂຶ້ນຢູ່ກັບການຕັດສິນຂອງກຳມະການວ່າຈະມັກແບບໃດແຕ່ຕົນກໍຈະເກັບກ່ຽວເອົາປະສົບການເພື່ອພັດທະນາຕໍ່ໄປ ໂດຍຈະເຮັດເຕັມທີ່ກັບການປະກວດ ລວມທັງການສະແດງຟ້ອນມວຍລາຍລາວ ແລະ ການສະແດງຊຸດປະຈຳຊາດດ້ວຍຜ້າໄໝລາວຕ່າງໆທີ່ສື່ເຖິງວັດທະນະທຳຂອງລາວ.

ສາມາດຮ່ວມເຊຍ ແລະ ສົ່ງແຮງໃຈໃຫ້ ໜຸ່ມ ສິງຄໍາ ໃນມື້ຊີງຊະນະເລີດວັນທີ 7 ທັນວາ 2019 ທີ່ປະເທດໂປໂລຍ ໄດ້ທາງເພຈ໌ Mister Suparnational laos ແລະ Mister Suparnational ຫຼື Facebook ສ່ວນຕົວ: singkham phommasone ແລະ Instargarm: Si.ng 1742.

( ຂ່າວ: ນຸ້ມນິ້ມ )

( ຮູບ: singkham phommasone )