ໃຫ້ກໍາລັງໃຈຕົວແທນປະເທດອີກຄົນ ປະກວດ Mrs Wold 2020 ລັດເວກາສ ສະຫະລັດອາເມລິກ

75

ທີ່ໜ້າຕິດຕາມອີກໜຶ່ງເວທີປະກວດກໍຄື ການປະກວດ Mrs Wold 2020 ທີ່ລາວເຮົາໄດ້ສາວງາມລຸ້ນເອື້ອຍທີ່ພຽກພ້ອມຄຸນສົມບັດແມ່ຍິງຄົບຖ້ວນ ທັງຄວາມຮູ້ ຄວາມງາມ ຄວາມສາມາດ ທີ່ບໍ່ເປັນຮອງຊາດໃດແນ່ນອນ

ຄື ຄຸດທະວອນ ອັກຄະລາຊ ຫຼື ມິ້ນ Mrs Laos World 2020 ຕົວແທນປະເທດໃນການປະກວດເວທີນາງງາມລຸ້ນໃຫຍ່ລະດັບໂລກ ລາວເຮົາຫາກໍເຂົ້າປະກວດເປັນປີທໍາອິດ ທີ່ ລັດເວກາສ ສະຫະລັດອາເມລິກ

ແລະ ກໍໃກ້ເຂົ້າມາແລ້ວສໍາລັບມື້ຕັດສິນ ເຮົາມາຮ່ວມລຸ້ນໃຫ້ກໍາລັງໃຈຕົວແທນປະເທດຮ່ວມກັນ, ມື້ອື່ນວັນທີ 5 ທັນວາ (ຕາມເວລາປະເທດລາວ) ເປັນຮອບ Prelims ຮອບເກັບຄະແນນ,

ສໍາລັບຮອບຕັດສິນແມ່ນວັນທີ 7 ທັນວາ 2019 ທີ່ຈະມາເຖິງນີ້.

ຄຸດທະວອນ ອັກຄະລາຊ ຫຼື ມິ້ນ Mrs Laos World  ເປັນຄົນໜຶ່ງທີ່ມີປະຫວັດ, ການເຄື່ອນໄຫວໃນວົງການບັນເທີງມາຍາວນານ, ເຄີຍຜ່ານເວທີນາງສາວອາພອນລາວ 2007, ເປັນນາງສັງຂານນະຄອນຫລວງ 2012.

ຕັ້ງແຕ່ນັ້ນມາເຖິງປັດຈຸບັນກໍ່ໄດ້ເຮັດວຽກໃນວົງການບັນເທີງ ທັງເບື້ອງໜ້າ ເບື້ອງຫຼັງ ຖ່າຍແບບ, ເດີນແບບ, ເປັນຄູເຟິກ, ພີ່ລ້ຽງ ສອນທຸກຢ່າງໃຫ້ກັບສາວໆນາງງາມໃນຫຼາຍໆເວທີ ບອກເລີຍວ່າປະສົບການ, ຄວາມສາມາດບໍ່ນ້ອຍໜ້າຍິງໃດແນ່ນອນ

ແລະ ນີ້ຄືຊຸດປະຈຳຊາດທີ່ Mrs Laos World ຈະສວມໃສ່ໃນເວທີປະກວດທີ່ເລສເວກັດ ສະຫະລັດ ຊຸດຟ້ອນລາຍງ້າວ.

ຊຸດດັ່ງກ່າວເປັນການອອກແບບຮ່ວມກັນໂດຍ Khounphithack Latesavat ແລະ Designer Boy Nanthaveth Bubpha ສົມທົບກັບ Jasmine Ackharath. ຜ້າ ແລະ ເຄື່ອງປະດັບຈາກ: ໝື່ນນາຜ້າໄໝ ແລະ ນວນແອນຕິກ; Make up by Armee Make, Photo by RIVER Studios.

ຊຸດຟ້ອນລາຍງ້າວ ໄດ້ແຮງບັນດານໃຈມາຈາກ: ຊຸດຟ້ອນລາຍງ້າວ ທີ່ເປັນເອກະລັກ ວັດທະນະທໍາຊາວລ້ອງງື່ມ ແຂວງວຽງຈັນ.

ເປັນວິຊາ ສີລະປະຟ້ອນລາຍງ້າວທີ່ສືບທອດກັນມາຈາກລຸ້ນສູ່ລຸ້ນ ປະສົມປະສານກັບລາຍຜ້າແພພື້ນເມືອງ ທີ່ມີອາຍຸເກົ່າແກ່ ມາພ້ອມກັບຄວາມງົດງາມໃນການອອກແບບ ປະຍຸກ ເພື່ອຄວາມໂດດເດັ່ນ ທີ່ຍັງຄົງເອກະລັກຂອງຄວາມເປັນລາວ, ສະແດງໃຫ້ເຫັນເຖິງ ຄວາມງົດງາມ ແລະ ຄວາມເຂັ້ມແຂງຂອງແມ່ຍິງລາວໃນຍຸກສະໄໝໃໝ່.

ຕາມຄໍາຂັວນຂອງແຂວງວຽງຈັນ:  ເມືອງເກົ່າໄຜ່ໜາມ ລືນາມອ່າງນໍ້າງື່ມ ຕໍານານເດີມລາຍງ້າວ ອູ່ເຂົ້າຊາວເມືອງ ຄົນເຮືອງຂັບງື່ມ ດື່ມດໍາທໍາມະຊາດ ປະຊາລາດສາມັກຄີ!