ເທັກໂນໂລຢີປ່ຽນກະທົບອຸດສາຫະກໍາລົດໂລກ

65

ສະຖານະການອຸດສາຫະກໍາລົດໂລກໃນປີນີ້ຖືວ່າຕົກຕໍ່າທີ່ສຸດໂດຍຫຼາຍບໍລິສັດລົດລາຍໃຫຍ່ຫຼາຍແຫ່ງພາກັນປົດພະນັກງານປົດແລ້ວປົດອີກດັ່ງທີ່ເປັນຂ່າວໃນໄລຍະທີ່ຜ່ານມາຕະຫຼອດຍຸບສາຍການຜະລິດລົດໃຊ້ນໍ້າມັນ ແລະ ຫັນມາຜະລິດລົດໄຟຟ້າຮອງຮັບຄວາມຕ້ອງການໃນຕະຫຼາດທີ່ເພີ່ມຂຶ້ນ.

ຂະນະທີ່ມີການຄາດຄະເນວ່າ:ປີນີ້ເປັນປີທີ່ຍອດຂາຍລົດຈະຫຼຸດລົງປະມານ3,1ລ້ານຄັນຖືວ່າຫຼຸດລົງຫຼາຍທີ່ສຸດນັບຕັ້ງແຕ່ເກີດວິກິດເສດຖະກິດໂລກ.

ອຸດສາຫະກໍາລົດໂລກກໍາລັງຢູ່ໃນໄລຍະຂອງການປ່ຽນຜ່ານຄັ້ງໃຫຍ່ໃນປະຫວັດສາດ ແລະ ບໍລິສັດລົດລາຍໃຫຍ່ຫຼາຍແຫ່ງທະຍອຍປະກາດເລີກຈ້າງພະນັກງານເຊັ່ນບໍລິສັດເດມເລີສັນຊາດເຢຍລະມັນເຊິ່ງເປັນບໍລິສັດແມ່ຂອງເມີເຊເດດ-ເບນປະກາດວ່າຈະປັບຫຼຸດຈໍານວນພະນັກງານຢ່າງໜ້ອຍ10.000ຄົນທົ່ວໂລກພາຍໃນປີ2022ຫຼັງຈາກທີ່ບໍລິສັດບັນລຸຂໍ້ຕົກລົງກັບສະຫະພາບແຫ່ງງານດ້ວຍຄວາມຫວັງວ່າຈະນໍເງິນການເລີກໄປໃຊ້ລົງທຶນໃນການພັດທະນາເທັກໂນໂລຢີ ແລະ ຜະລິດລົດໄຟຟ້າ.

ສ່ວນບໍລິສັດລົດອ່າວດີກໍປະກາດປົດພະນັກງານ9.500ຄົນຈາກທັງມົດ61.000ຄົນໃນເຢຍລະມັນ ແລະ ບີເອັມດັບເບິນຢູກໍບັນລຸຂໍ້ຕົກລົງກ່ຽວກັບນະໂຍບາຍຕ່າງໆເຊິ່ງລວມເຖິງການຫຼຸດເງິນພິເສດ ແລະ ຫຼຸດການຈ່າຍເງິນໃຫ້ກັບພະນັກງານເພື່ອຫຼຸດຕົ້ນທຶນ.

ນອກຈາກນີ້ຍັງມີບໍລິສັດອື່ນໆທີ່ໃຊ້ວິທີນີ້ທັງໃນເອີຣົບ,ອີຊາ ແລະ ອາເມຣິກໂດຍມີປັດໄຈມາຈາກເທັກໂນໂລຢີລົດປ່ຽນຈາກລົດໃຊ້ນໍ້າມັນມາເປັນລົດໃຊ້ພະລັງງານໄຟຟ້າຕະຫຼອດຮອດຄວາມຕ້ອງການປ່ຽນແປງໃນເລື່ອງກົດລະບຽບຂອງພາກລັດທີ່ອໍານວຍປະໂຫຍດຂອງຕະຫຼາດລົດໄຟຟ້າ.