ເຈົ້າພາບ ຫຍັບເຂົ້າໃກ້ເປົ້າໝາຍເລື້ອຍໆກວາດໄປແລ້ວ 53 ຫຼຽນຄໍາ, ສ່ວນ ລາວ 6 ຫຼຽນທອງ ໃນຊີເກມ

221

ມາຮອດຕອນບ່າຍຂອງວັນທີ 4 ທັນວາ 2019 ທັບນັກກີລາລາວ ຍາດມາໄດ້ແລ້ວ 6 ຫຼຽນທອງຢ່າງເປັນທາງການ ໃນງານມະຫາກໍາກີລາ ຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ ລະຫວ່າງວັນທີ 30 ພະຈິກ – 11 ທັນວາ 2019 ໂດຍ 3 ຫຼຽນທອງຫຼ້າສຸດໄດ້ຈາກ ກີລາວູຊູ, ສ່ວນເຈົ້າພາບ ຟິລິບປິນ ຍັງແຮງຕໍ່ເນື່ອງກວາດໄປແລ້ວ 50 ກວ່າຫຼຽນຄໍາໃນ 3 ມື້ທໍາອິດ ຈໍ່ຈະໄປເຖິງເປົ້າໝາຍເລື້ອຍໆ.

ກ່ອນໜ້ານີ້ ທັບນັກກີລາລາວ ສາມາດຍາດມາໄດ້ 3 ຫຼຽນທອງ ໄດ້ຈາກກີລາ ກະຕໍ້ 2 ຫຼຽນທອງ ( ຈາກກະຕໍ້ລອດຫ່ວງຍິງ ແລະ ກະຕໍ້ລອດຫ່ວງຊາຍ ), ສ່ວນອີກ 1 ຫຼຽນທອງໄດ້ຈາກກີລາປັນຈັກສີລັດ ຈາກລາຍການ ຟ້ອມຄູ່ຊາຍ.

ຫຼ້າສຸດ ວູຊູລາວ ຍາດໃຫ້ທັບນັກກີລາລາວ ເພີ່ມອີກ 3 ຫຼຽນທອງຈາກ 3 ຮຸ່ນໃນຮອບຊີງຫຼຽນທອງ ທີ່ເສຍທັງໝົດຈາກ:

-ຮຸ່ນນໍ້າຫນັກ 49 ກິໂລກຣາມ ນາງ ລາຕີ ແກ້ວບຸນທັນ ຈາກລາວ ເສຍໃຫ້ WALLY DIVINE ຈາກ ເຈົ້າພາບ ຟີລິບປິນ,

-ຮຸ່ນນໍ້າຫນັກ 52 ກິໂລກຣາມ ຄາວີ ພົມມະຂັນທອງ ຈາກລາວ ເສຍໃຫ້ PRATAMA LAKSAMANA PANDU ຈາກ ອິນໂດເນເຊຍ

-ຮຸ່ນນໍ້າໜັກ 60 ກິໂລກຣາມ ໜູຄິດ ລາດຊະເພົາ ຈາກລາວ ເສຍໃຫ້ BUI TRUONG GIANG ຈາກ ຫວຽດນາມ.

ສະຫຼຸບຕາຕະລາງສະຫຼຸບຫຼຽນທາງການ ມາຮອດວັນທີ 4 ທັນວາ 2019 ( ເວລາ 13:30 ໂມງ ) ປາກົດວ່າ: ເຈົ້າພາບ ຟິລິບປິນ ຢຶດຜູ້ນໍາກວາດໄປ 53 ຫຼຽນຄໍາ, 33 ຫຼຽນເງິນ ແລະ 19 ຫຼຽນທອງ; ອັນດັບ 2 ຫວຽດນາມ 23 ຫຼຽນຄໍາ, 28 ຫຼຽນເງິນ ແລະ 25 ຫຼຽນທອງ; ອັນດັບ 3 ມາເລເຊຍ 19 ຫຼຽນຄໍາ, 9 ຫຼຽນເງິນ ແລະ 17 ຫຼຽນທອງ, ສ່ວນ ສປປ ລາວ ມີ 6 ຫຼຽນທອງ ຈັດຢູ່ອັນດັບທີ 10 ຂອງຕາຕະລາງ ແລະ ອັນດັບ ສຸດທ້າຍເປັນຂອງ ຕີມໍ ເລັສເຕ ຍັງບໍ່ມີຈັກຫຼຽນ.

ຈາກຜົນດັ່ງກ່າວ ຟິລິບປິນ ຈໍ່ຈະເຮັດໄດ້ສໍາເລັດອີກຄັ້ງ ຫຼັງຕັ້ງເປົ້າເປັນເຈົ້າຄອງຫຼຽນຄັ້ງອີກຄັ້ງໃນຮອບ 14 ປີ ໂດຍຄັ້ງຫຼ້າສຸດເຮັດໄດ້ໃນປີ 2005 ທີ່ຕົນເອງເປັນເຈົ້າພາບ ໄດ້ທັງ 112 ຫຼຽນຄຳ, 85 ຫຼຽນເງິນ ແລະ 93 ຫຼຽນທອງ ລວມ 290 ຫຼຽນ

(ຄໍາສອນ; ຮູບຈາກ: Lao su su ລາວ ສູ້ ສູ້ )