ຄັ້ງທຳອິດສະພາແຫ່ງຊາດ ປະເມີນຜົນການປະຕິບັດໜ້າທີ່ຂອງບຸກຄະລາກອນດຳລົງຕຳແໜ່ງ

222

ພາແຫ່ງຊາດ ໃນນາມອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ເປັນອົງການສູງສຸດແຫ່ງອຳນາດລັດ ແລະ ເປັນອົງການນິຕິບັນຍັດ ເຊິ່ງມີພາລະບົດບາດຮັບຮອງເອົາລັດຖະທຳມະນູນ ແລະ ກົດໝາຍ, ຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ ແລະ ຕິດຕາມກວດກາ ການເຄົາລົບ, ປະຕິບັດ ລັດຖະທຳມະນູນ, ກົດໝາຍຂອງບັນດາອົງການລັດ ມື້ນີ້ໃນກອງປະຊຸມສະໄໝສາມັນເທື່ອທີ8 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ໃຫ້ຄະແນນສຽງເພື່ອປະເມີນຜົນຕໍ່ຜົນການເຮັດວຽກຂອງຜູ້ດຳລົງຕຳແໜ່ງທີ່ສະພາແຫ່ງຊາດເປັນຜູ້ແຕ່ງຕັ້ງ ແລະຮັບຮອງການແຕ່ງຕັ້ງເປັນຄັ້ງທຳອິດ ແນໃສ່ປະເມີນຜົນການປະຕິບັດໜ້າທີ່ຂອງບຸກຄະລາກອນ ເພື່ອເປັນການປັບປຸງຄຸນນະພາບໃນການບໍລິຫານລັດ, ຍົກສູງຄວາມຮັບຜິດຊອບການເມືອງຂອງບຸກຄະລາກອນ.

ໂດຍໃນຕອນເຊົ້າວັນທີ 4 ທັນວາ 2019 ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ. ທ່ານ ພົນໂທ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ ໃນນາມຫົວໜ້າຄະນະຮັບຜິດຊອບການປະເມີນຜົນ ໄດ້ຂຶ້ນຜ່ານມາດຖານເງື່ອນໄຂຂອງຜູ້ປະເມີນຜົນ ແລະ ລາຍງານຄວາມພ້ອມໃນການກະກຽມໃຫ້ແກ່ການຈັດຕັ້ງປະຕິບັດປະເມີນຜົນການປະຕິບັດໜ້າທີ່ ຂອງບຸກຄະລາກອນດຳລົງຕ່ຳແໜ່ງ ທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ຮັບຮອງການແຕ່ງຕັ້ງ.

ທ່ານ ພົນໂທ ແສງນວນ ໄຊຍະລາດ ກ່າວວ່າ:  ສຳລັບເນື້ອໃນ ແລະ ເງື່ອນໄຂມາດຖານໃນການປະເມີນຜົນ ທີ່ໄດ້ກຳນົດໃນມະຕິສະບັບເລກທີ 104/ຄປຈ, ລົງວັນທີ 21/6/2019 ຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການປະເມີນຜົນ ເຊິ່ງປະກອບມີ 3 ເນື້ອໃນ:

ໜຶ່ງແມ່ນຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ປະກອບມີ ຄວາມຊື່ສັດບໍລິສຸດຕໍ່ປະເທດຊາດ ຕໍ່ປະຊາຊົນ ຕໍ່ລະບອບປະຊາທິປະໄຕ ປະຊາຊົນ, ຄວາມເປັນແບບຢ່າງໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດໃນການດຳລົງຊີວິດ.

ສອງແມ່ນຄວາມຮູ້ຄວາມສາມາດ ແລະ ປະສົບການ ປະກອບດ້ວຍມີຄວາມຮູ້ໃນວຽກງານທີ່ຕົນຮັບຜິດຊອບ, ມີຄວາມສາມາດໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ ແຜນພັດທະນາລວມຂອງພັກ – ລັດຖະບານ – ສະພາແຫ່ງຊາດ ເປັນແຜນການວຽກງານອັນລະອຽດທີ່ຕົນຮັບຜິດຊອບ, ມີປະສົບການໃນການຈັດຕັ້ງປະຕິບັດວຽກງານຕົວຈິງ.

ສາມແມ່ນຜົນສຳເລັດຕົວຈິງໃນການປະຕິບັດໜ້າທີ່ ປະກອບມີການປະຕິບັດໜ້າທີ່ບັນລຸຄາດໝາຍຕາມແຜນການທີ່ໄດ້ກຳນົດໄວ້ ຢູ່ໃນຂະແໜງການທີ່ຕົນເອງຮັບຜິດຊອບຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ສຳເລັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໂດຍກົງຈາກການຈັດຕັ້ງຂັ້ນເທິງ.

ຈາກນັ້ນ ບັນດາ ສສຊ ກໍໄດ້ພ້ອມກັນພິຈາລະນາຄົ້ນຄວ້າຢ່າງຖີ່ຖ້ວນ ແລ້ວລົງຄະແນນປະເມີນຜົນການປະຕິບັດໜ້າທີ່ ຂອງບຸກຄະລາກອນດຳລົງຕ່ຳແໜ່ງ ທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ຮັບຮອງການແຕ່ງຕັ້ງ ລວມທັງໝົດ 69 ທ່ານ, ໃນນັ້ນຢູ່ຂົງເຂດສະພາແຫ່ງຊາດ 30 ທ່ານ, ຂົງເຂດບໍລິຫານລັດ 28 ທ່ານ, ຂົງເຂດຕຸລາການ ແລະ ກວດສອບແຫ່ງລັດ 11 ທ່ານ ແລະ ໄດ້ບ່ອນບັດລົງຄະແນນໃນຫີບບ່ອນບັດ.

ສ່ວນຜົນຂອງການໃຫ້ຄະແນນ, ທ່ານ ປະທານກອງປະຊຸມໄດ້ມີຄຳເຫັນໃຫ້ນັບຄະແນນຢ່າງລະອຽດຖີ່ຖ້ວນ ຮັບປະກັນຄວາມຖືກຕ້ອງ ແລ້ວກັບມາລາຍງານຕໍ່ກອງປະຊຸມໃນຕອນເຊົ້າວັນທີ 6 ທັນວາເຊິ່ງເປັນມື້ປິດກອງປະຊຸມສະໄໝສາມັນເທື່ອ8 ຂອງສະພາແຫ່ງຊາດຊຸດທີ VIII.