ຢູນີເທວ ມອບທຶນການສຶກສາ ໃຫ້ນັກຮຽນດີ, ຮຽນເກັ່ງຢູ່ ມຕ ຫ້ວຍແສດ ເມືອງປາກທາ

198

ເພື່ອປະກອບສ່ວນຊ່ວຍເຫຼືອສັງຄົມ ບໍລິສັດສະຕາໂທລະຄົມ ສາຂາແຂວງ ບໍ່ແກ້ວ ໄດ້ມອບອຸປະກອນການຮຽນ ພ້ອມທັງແບ່ງປັນທຶນການສຶກສາໃຫ້ແກ່ນັກຮຽນດີ, ນັກຮຽນເກັ່ງ ມຕ ຫ້ວຍແສດ ເມືອງ ປາກທາ ແຂວງ ບໍ່ແກ້ວ ລວມທັງໝົດຈຳນວນ 3 ລ້ານກີບ.

ໃນວັນທີ 3 ທັນວາ 2019 ຜ່ານມາ ບໍລິສັດສະຕາໂທລະຄົມສາຂາແຂວງບໍ່ແກ້ວ ມອບທຶນການສຶກໃຫ້ນ້ອງນັກຮຽນດີ, ຮຽນເກັ່ງຢູ່ໂຮງຮຽນ ມຕ ຫ້ວຍແສດ ເມືອງປາກທາ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມຂອງທ່ານ ພັທ ສົມເພັດ ກຸນລະວົງ ຫົວໜ້າບໍລິສັດສະຕາໂທລະຄົມສາຂາແຂວງບໍ່ແກ້ວ, ທ່ານ ຄຳເພັດ ປັນຍາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກທາ, ມີອຳນວຍການໂຮງຮຽນ, ພະນັກງານ,ຄູ-ອານຈານ, ພໍ່ແມ່ນັກຮຽນຕະຫຼອດຮອດນ້ອງນັກຮຽນເຂົ້າຮ່ວມ.

ທ່ານ ພັທ ສົມເພັດ ກຸນລະວົງ ຫົວໜ້າບໍລິສັດສະຕາໂທລະຄົມ ກ່າວຈຸດປະສົງໃນການມອບທຶນການສຶກສາຄັ້ງນີ້ວ່າ: ກໍ່ເພື່ອເປັນການປະຕິບັດໂຄງການເຊື່ອມຕໍ່ຊີວິດສົດໃສແກ່ນ້ອງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນເປີດເຄື່ອງໝາຍການຄ້າຂອງ ຢູນິເທວ ຄົບຮອບ 10 ປີ ເພື່ອເຮັດໃຫ້ການສະເຫຼີມສະຫຼອງມີຄວາມໝາຍຄວາມສຳຄັນ ແລະ ຖືກກັບສະໂລແກນທີ່ວ່າ: ໃຫ້ຊີວິດທີ່ສົດໃສ, ເຊິ່ງອຸປະກອນທີ່ນຳມາມອບໃນຄັ້ງນີ້ມີ ປື້ມ, ບິກ, ກົມປາ, ຖົງເປ, ເສື້ອ, ບານເຕະ. ກະຕໍ້ ແລະ ອຸປະກອນຈຳນວນໜື່ງ, ລວມມູນຄ່າທັງໝົດ 2 ລ້ານກີບ ແລະ ເງິນສົດຈຳນວນ 1 ລ້ານກີບ ມອບໃຫ້ກັບນ້ອງນັກຮຽນທຸກຍາກທີ່ມີຄວາມຕັ້ງໃຈຮຽນດີ, ຮຽນເກັ່ງ.

ໃຫ້ກຽດມອບໂດຍທ່ານ ພັທ ສົມເພັດ ກຸນລະວົງ ຫົວໜາບໍລິສັດສະຕາໂທລະຄົມ ສາຂາແຂວງບໍ່ແກ້ວ ທັງນີ້ກໍ່ເພື່ອເປັນການຊ່ວຍເຫຼື່ອສັງຄົມ ໃນການພັດທະນາຊັບພະຍາກອນມະນຸດ, ຍົກສູງຄຸນະພາບການສຶກສາຮ່ຳຮຽນຂອງນ້ອງນັກຮຽນດີ, ຮຽນເກັ່ງ ແຕ່ຂາດທຶນການສຶກສາໃນການສຶກສາຮ່ຳຮຽນໃຫ້ມີຄວາມຮູ້ຄວາມສາມາດໃນການພັດທະນາຕົນເອງກໍ່ຄື ພັດທະນາປະເທດຊາດໃຫ້ມີຮຸ່ງເຮືອງສີວິໄລ.

ທີ່ມາ, ຖວທ ເມືອງປາກທາ