ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ມີສະມາຊິກ 1 ພັນກວ່າບໍລິສັດ

504

ສຄອຊ ເປັນຂົວຕໍ່ສຳຄັນຂອງພາກທຸລະກິດໃຫ້ແກ່ລັດຖະບານ ປັດຈຸບັນກຳລັງສຸມໃສ່ 4 ວຽກ ເພື່ອສ້າງຄວາມເຂັ້ມແຂງໃຫ້ພາກທຸລະກິດ ເຊິ່ງປັດຈຸບັນມີສະມາຊິກ 1 ພັນກວ່າບໍລິສັດ.

ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ໃຫ້ສຳພາດເນື່ອງໃນວັນຊາດທີ 2 ທັນວາ ຄົບຮອບ 44 ປີ ວ່າ: ສຄອຊ ສ້າງຕັ້ງຂຶ້ນໃນປີ 1989 ມາຮອດປີ 2019 ນີ້ ຖືວ່າຄົບຮອບ 30 ປີ, ໜ້າທີ່ຕົ້ນຕໍຂອງ ສຄອຊ ແມ່ນເປັນຂົວຕໍ່ຂອງພາກທຸລະກິດໃຫ້ແກ່ຝ່າຍລັດຖະບານ ໂດຍສະເພາະແມ່ນການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດຢູ່ໃນ ສປປ ລາວ; ໃນໄລຍະປີ 2016 ເປັນຕົ້ນມາ ສຄອຊ ກໍໄດ້ມີການປັບປຸງຫັນຈາກໜ່ວຍງານບໍລິຫານ ແລະ ເປັນຂົວຕໍ່ມາເປັນໜ່ວຍງານການບໍລິການເປັນຕົ້ນຕໍ ເຊິ່ງໄດ້ມີການບໍລິການ 4 ດ້ານ ຄື:

1 ການເປັນຂົວຕໍ່ຂອງພາກທຸລະກິດໃຫ້ແກ່ລັດຖະບານ

ສຄອຊ ນຳໃຊ້ເຄື່ອງມືເວທີທຸລະກິດລາວ ເພື່ອເອົາບັນຫາຕ່າງໆຂອງພາກທຸລະກິດພົບພໍ້ມາສະເໜີໃຫ້ພາກລັດແກ້ໄຂ ເຊິ່ງເວທີທຸລະກິດລາວກໍໄດ້ມີການຂະຫຍາຍຕົວ, ມີກົນໄກທີ່ແນ່ນອນ, ຊັດເຈນ ແລະ ຮັບໃຊ້ກຸ່ມທຸລະກິດທີ່ຫຼາກຫຼາຍ ບໍ່ສະເພາະແຕ່ບໍລິສັດໃດໜຶ່ງ.

ທ່ານນາຍົກລັດຖະມົນຕີ ໄດ້ຖືເວທີທຸລະກິດລາວເປັນເວທີອັນສຳຄັນໃນການແກ້ໄຂບັນຫາສະພາບແວດລ້ອມທຸລະກິດ; ໃນປີ 2018 ຜ່ານມາໄດ້ມີຄໍາສັ່ງ 02/ນຍ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດ ສຄອຊ ກໍໄດ້ໃຫ້ແຕ່ລະຂະແໜງການປັບປຸງສະພາບແວດລ້ອມທຸລະກິດ ໂດຍ ສຄອຊ ກໍໄດ້ເປັນກອງເລຂາໃນການຕິດຕາມການຈັດຕັ້ງປະຕິບັດຄຳສັ່ງ 02/ນຍ ໂດຍສະເພາະໃນແງ່ການຈົດທະບຽນວິສາຫະກິດ, ການອອກໃບອະນຸຍາດຕ່າງໆໃຫ້ແກ່ທຸລະກິດ ເຊິ່ງວຽກງານນີ້ແມ່ນມີຄວາມສຳຄັນຫຼາຍ ເປັນວຽກໃໝ່ທີ່ທາງ ສຄອຊ ໄດ້ມີບົດບາດໃນການປ້ອນຂໍ້ມູນໃຫ້ແກ່ລັດຖະບານ ແລະ ຊອກຫາວິທີຊ່ອງທາງແກ້ໄຂ ເພື່ອເຮັດໃຫ້ສະພາບແວດລ້ອມການດຳເນີນທຸລະກິດດີຂຶ້ນ.

2 ການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ( SME )

ສຄອຊ ເຮັດວຽກໃກ້ຊິດກັບກົມສົ່ງເສີມ SME ກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງໃນກົດໝາຍ, ຍຸດທະສາດ SME ໄດ້ກໍານົດຈະແຈ້ງໃຫ້ ສຄອຊ, ບັນດາກຸ່ມ ແລະ ສະມາຄົມທຸລະກິດເປັນໜ່ວຍງານທີ່ສະໜັບສະໜູນໃຫ້ບັນດາຫົວໜ່ວຍທຸລະກິດ SME ສາມາດຍູ້ໃຫ້ເຂົາເຈົ້າຈັດຕັ້ງເປັນບໍລິສັດເອງ, ເຂົ້າຫາແຫຼ່ງທຶນ, ຊອກຫາຕະຫຼາດ ແລະ ແຈກຢາຍຈຳໜ່າຍຜະລິດຕະພັນ ເຊິ່ງເປັນວຽກທີ່ ສຄອຊ ໄດ້ລິເລີ່ມໃໝ່ແຕ່ປີ 2016 ແລະ ມາຂຸ້ນຂ້ຽວຈັດຕັ້ງປະຕິບັດ ໃນປີ 2018 – 2019.

ປັດຈຸບັນໄດ້ສ້າງສູນສົ່ງເສີມ SME ແລ້ວ 3 ສູນ ຄື: ຢູ່ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ຈຳປາສັກ ແລະ ຄາດວ່າໃນປີ 2020 ຈະສ້າງໃຫ້ໄດ້ອີກ 2 – 3 ສູນ ເພື່ອເຮັດໃຫ້ມີສູນບໍລິການສົ່ງເສີມ SME ເກືອບທົ່ວປະເທດ. ວຽກດັ່ງກ່າວຖືວ່າເປັນວຽກທີ່ໜັກໜ່ວງສຳລັບ ສຄອຊ ເພາະວ່າຄົນທີ່ມີຄວາມຮູ້ໃນການສົ່ງເສີມ SME ມັນກໍຍັງມີໜ້ອຍ. ພ້ອມນັ້ນ, ກໍມີຖານອີຄອມເມີດຄືເວັບໄຊຊື້ – ຂາຍອອນລາຍ ( www.plaosme.com ) ທີ່ຈະຊ່ວຍການຂາຍ ປັດຈຸບັນມີສິນຄ້າ 1 ພັນກວ່າລາຍການ ແລະ ມີ 900 ກວ່າບໍລິສັດເຂົ້າຮ່ວມ ເຊິ່ງວຽກງານນີ້ຈະມີ ຄວາມສຳຄັນໃນອະນາຄົດ ເພາະວ່າໃນຕໍ່ໜ້າການຊື້ – ຂາຍຈະຜ່ານທາງອິນເຕີເນັດຫຼາຍຂຶ້ນ.

3 ການສົ່ງເສີມຜະລິດຕະພັນລາວ ຫຼື Made in Laos

ການໂຄສະນາຜະລິດຕະພັນລາວໃຫ້ສັງຄົມໄດ້ມີໂຄງການຈາກອົງການສະຫະປະຊາຊາດມາຊ່ວຍໃນການເຮັດຫ້ອງການໜຶ່ງ ເພື່ອຊ່ວຍ SME ເອົາຜະລິດຕະພັນເຂົ້າສູ່ຕະຫຼາດສາກົນ; ໃນການຊ່ວຍບໍ່ແມ່ນຊ່ວຍແຕ່ການຫຸ້ມຫໍ່ ຫຼື ວ່າຈະເອົາສິນຄ້າເຂົ້າສູ່ຕະຫຼາດສາກົນໄດ້ແນວໃດ ຍັງຊ່ວຍຮອດການຂຶ້ນແຜນທຸລະກິດ, ເບິ່ງຕ່ອງໂສ້ການຜະລິດ, ການຢັ້ງຢືນມາດຕະຖານຕ່າງໆ ໂດຍສະເພາະມາດຕະຖານແຫຼ່ງກຳນົດສິນຄ້າ, ມາດຕະຖານອໍການິກ ເຊິ່ງເລັ່ງໃສ່ຜະລິດຕະພັນກາເຟ, ຊາ, ເຂົ້າ, ແພໄໝ.

4 ສ້າງຖານຂໍ້ມູນ

ປັດຈຸບັນຂໍ້ມູນທາງດ້ານທຸລະກິດຂອງພວກເຮົາບໍ່ຄ່ອຍມີປານໃດ. ດັ່ງນັ້ນ, ການຜະລິດແທ້ໆຕົວເລກຈິງຂອງການຂະຫຍາຍຕົວເສດຖະກິດບໍ່ຄ່ອຍມີ ສ່ວນຫຼາຍເອົາແບບຄາດຄະເນໃນແຕ່ລະແຂວງ, ແຕ່ລະຂະແໜງການ. ສະນັ້ນ, ພວກເຮົາກຳລັງສ້າງຖານຂໍ້ມູນໂດຍຜ່ານບັນ   ດາທຸລະກິດຕ່າງໆໃນລະດັບແຂວງຂຶ້ນມາ ແລະ ເຮັດຖານໃຫ້ເຫັນວ່າປັດຈຸບັນມີກຳລັງແຮງງານເທົ່າໃດແທ້ທີ່ເຮັດວຽກ.

ຕົວຢ່າງ: ມີລາຍຮັບຕົວຈິງເທົ່າໃດ, ການຂະຫຍາຍທຸລະກິດເທົ່າໃດ ແລະ ມີຈໍານວນ SME ເທົ່າໃດ. ດຽວນີ້, ເຮົາກໍບໍ່ຮູ້ມີແຕ່ຄາດຄະເນເອົາ, ຖານຕົວນີ້ສຳຄັນເພື່ອເຮັດແນວໃດໃຫ້ທາງທຸລະກິດພວກເຮົາ ສາມາດວາງແຜນໃນການຂະຫຍາຍຕົວ ແລະ ໃຫ້ລັດຖະບານ ຫຼື ທ້ອງຖິ່ນສາມາດວາງແຜນໃນການຂະຫຍາຍຕົວຂອງຂະແໜງການຕ່າງໆໃນແຂວງ, ໃນສູນກາງ ແລະ ເອົາຕົວເລກ GDP ທີ່ຄາດຄະເນອອກມາສົມທຽບໃສ່ຕົວຈິງ. ນອກຈາກນີ້, ສຄອຊ ຍັງມີຫຼາຍວຽກທີ່ກ່ຽວພັນ ເຊັ່ນ: ວຽກຂອງຜູ້ໃຊ້ແຮງງານ, ການເຊື່ອມໂຍງເສດຖະກິດກັບພາກພື້ນ, ຊອກຫາ ຫຼື ລະດົມເອົາການລົງທຶນຕ່າງປະເທດທີ່ມີຄຸນນະພາບມາສູ່ ສປປ ລາວ ພ້ອມທັງຍາດແຍ່ງເອົາທຶນການຊ່ວຍເຫຼືອຈາກສາກົນ.

ທ່ານ ອຸເດດ ສຸວັນນະວົງ ຍັງໃຫ້ຮູ້ຕື່ມອີກວ່າ: ສຳລັບການຈັດຕັ້ງປະຕິບັດວຽກທີ່ພົ້ນເດັ່ນ ໃນປີ 2019 ຂອງ ສຄອຊ ຄືການສ້າງສູນສົ່ງເສີມ SME, ສ້າງສູນບໍລິການຜະລິດຕະພັນລາວ, ເປັນການຕະຫຼາດໃຫ້ຜະລິດຕະພັນລາວ, ງານວາງສະແດງງານຜະລິດຕະພັນລາວກໍຂະຫຍາຍຕົວດີ, ສິ່ງທີ່ເຫັນໄດ້ຊັດເຈນຄືກ່ອນໃນປີ 2016 ພະນັກງານຂອງ ສຄອຊ ມີພຽງແຕ່ 20 ຄົນ ປັດຈຸບັນລວມມີ 60 ຄົນ ຖ້າລວມເອົາ ສຄອ ແຂວງ ເກືອບ 200 ຄົນ ແລະ ກໍໄດ້ມີການປັບປຸງ ສຄອ ຫຼາຍແຂວງ ຈາກແຕ່ກ່ອນ ສຄອ ແຂວງຫຼາຍແຂວງແມ່ນມີແຕ່ຊື່ບໍ່ມີການເຄື່ອນໄຫວ ເຊິ່ງປັດຈຸບັນ ສຄອຊ ໄດ້ລົງໄປເຄື່ອນໄຫວ, ຊັ່ງຊາຕີລາຄາ, ຈັດຕັ້ງນິຕິກຳ ວາງວຽກໃນການບໍລິການໃຫ້ເຫັນວ່າເລີ່ມມີການເຄື່ອນໄຫວ ແລະ ຖືວ່າເປັນຜົນງານອັນໜຶ່ງ.

ມາຮອດປັດຈຸບັນ ສຄອຊ ມີສະມາຊິກ 1.158 ບໍລິສັດ. ໃນນັ້ນ, ສຄອຊ ມີ 628 ບໍລິສັດ, ສຄອ ແຂວງຫຼວງພະບາງ ມີ 230 ບໍລິສັດ, ສະຫວັນນະເຂດ 160 ບໍລິສັດ ແລະ ຈຳປາສັກ 140 ບໍລິສັດ.

[ ຂ່າວ: ສັນຕິ; ຮູບ: ສອນໄຊ ]